ໃນການເດືອນມີນາ 2018 ນີ້ ຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມ ເມືອງໝື່ນ ແຂວງວຽງຈັນ ໄດ້ເປີດພິທີຝຶກອົບຮົມໂຄງການປູກເຫັດນາງລົມຂື້ນ ຢູ່ທີ່ຫ້ອງ ການແຮງງານສະຫວັດດີການ ແລະ ສັງຄົມເມືອງ ໝື່ນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ - ເມືອງໝື່ນ, ມີທ່ານ ຍົມສອນ ຄຳມາສີ ຫົວໜ້າພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຂວງວຽງຈັນ, ມີທ່ານນາງ ຄຳແວວ ໂພທິສານ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ພ້ອມທັງພໍ່ແມ່ປະຊາຊົນ ເຂົ້າຮ່ວມທັງໝົດ 61 ຄົນ, ຍີງ 36 ຄົນເຂົ້າຮ່ວມ.
ໃນພິທີທ່ານນາງ ຄຳແວວ ໂພທິສານ ກໍ່ໄດ້ຂື້ນຜ່ານບົດລາຍງານ ໂດຍອີງຕາມ ແຈ້ງການ ຂອງກະຊວງແຮງງານສະຫວັດດີການ ແລະ ສັງຄົມ ສະບັບເລກທີ 0103/ຫກ.ລົງວັນທີ 18 /1/ 2018 ເລື່ອງການຈັດຕັ້ງປະຕິບັດໂຄງການພັດທະນາສີມີແຮງງານ ເພື່ອຕອບສະໜອງຕະຫລາດແຮງງານ ໃນນັ້ນ ກໍ່ເພື່ອຕອບສະໜອງໃນການຊອກວຽກເຮັດ ຊອກອາຊີບ ໃຫ້ແກ່ປະຊາຊົນຜູ້ທີ່ວ່າງງານ ໃຫ້ມີວຽກເຮັດງານທຳ, ມີອາຊີບເສີມສ້າງລາຍຮັບເຂົ້້າສູ່ຄອບຄົວ ເຮັດໃຫ້ຄອບຄົວກາຍເປັນຄອບຄົວພັດທະນາດ້ານແຮງງານສະຫວັດດີການ ແລະ ສັງຄົມ ຕິດພັນກັບວຽກງານ 3 ສ້າງ, ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອທີພັດທະນາ ແລະ ສົ່ງເສີ່ມ ປະຊາຊົນຜູ້ທີທຸກຍາກ, ຜູ້ທີວ່າງງານ, ຊາວໜຸ່ມຜູ້ດ້ອຍໂອກາດໃນເຂດຫ່າງໃກ ເພື່ອຕ້ານປະກົດການຫຍໍ້ທໍຕ່າງໆ ໂດຍສະເພາະແມ່ນ ການໄປອອກແຮງງານຢູ່ຕ່າງປະເທດແບບຜິດກົດໝາຍ.
ເບື້ອງຕົ້ນໃນການຝືກອົບຮົມແມ່ນໄດ້ແບ່ງເປັນສອງຂັ້ນຕອນ ຄື: ຮຽນທິດສະດີ ແລ້ວລົງເຮັດພາກປະຕິບັດຕົວຈິງ ຫຼັງຈາກຮຽນຈົບແລ້ວ ແມ່ນຈະໄດ້ຮັບໃບຢັ້ງຢືນພ້ອມ ເຊິ່ງໄດ້ຮັບການສິດສອນຈາກ ອາຈານ ສາຍທະລາ ມາຈາກໂຮງຮຽນວິທະຍາໄລ ເຕັກນິກ ແຂວງວຽງຈັນ.
Editor: ນັກຂ່າວເມືອງຫມື່ນ