ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນລະຫວ່າງ ວັນທີ 28-30 ມີນາ 2018 ຢູ່ທີ່ສະໂມສອນເຂື່ອນໄຟຟ້ານໍ້າງື່ມ 1 ທີ່ທ່າລາດ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ອ່ອນຈັນ ແກ້ວສະຫວັນ ຫົວຫນ້າສູນວິເຄາະ ແລະ ລະບາດວິທະຍາ, ເຂົ້າຮ່ວມມີບັນດາຜູ້ຕາງຫນ້າອົງການອະນາໄມໂລກ ປະຈໍາ ສປປ ລາວ, ບັນດາກົມ ທີ່ກ່ຽວຂ້ອງ, ບັນດາພະແນກສາທາລະນະສຸກ ໃນທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ ເພື່ອເປັນການທົບທວນຄືນ ລະບົບການເຝົ້າລະວັງ ແລະ ຕອບໂຕ້ພະຍາດ ທີ່ເປັນພາລະແບກຫາບ ໃນ ສປປ ລາວ ແລະ ຍັງໄດ້ແນະນໍາບັນຫາຕ່າງໆ ເພື່ອປັບປຸງວຽກງານ ໃຫ້ມີຄວາມຄຶບຫນ້າ, ຈົນໄດ້ຮັບຜົນສໍາເລັດ, ລວມໄປເຖິງສິ່ງທ້າທາຍຂອງວຽກງານເຝົ້າລະວັງແຫ່ງຊາດ, ການປະເມີນຄວາມສ່ຽງ ແລະ ການຕອບໂຕ້, ພ້ອມທັງສະເໜີກິດຈະກໍາ ດ້ານວິເຄາະ ໃນປີ 2017 ທັງເປັນການແລກປ່ຽນຜົນໄດ້ຮັບຂອງ ຂອງການເຝົ້າລະວັງຕາມຕົວຊີ້ວັດ ແລະ ການເຝົ້າລະວັງຕາມເຫດການ, ການຕອບໂຕ້ການລະບາດລວມ ທັງຜົນໄດ້ຮັບຈາກການສອບສວນ ການລະບາດ ທີ່ເດັ່ນໆ ໃນປີ 2017 ຜ່ານມາ, ການນາສະເໜີສະພາບຄວາມຄຶບຫນ້າ ກ່ຽວກັບການເຝົ້າລະວັງພະຍາດ ທີ່ສາມາດປ້ອງກັນ ດ້ວຍວັກແຊ່ງ, ລວມທັງຜົນສໍາເລັດໃນການກໍາກັດພະຍາດໂປລິໂອ ແລະ ພະຍາດຫມາກແດງນ້ອຍ-ຫມາກແດງໃຫຍ່ ແລະ ຕົວຊີ້ວັດທີ່ຈໍາເປັນໃນການບໍາລຸງຮັກສາ, ການສະເໜີທິດທາງໃນຕໍ່ຫນ້າ ໃນການກໍາຈັດພະຍາດຫມາກແດງ ໃນປີ 2018
ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບໂັງຄວາມຄຶບຫນ້າໃນໂລກ ຂົງເຂດພະຍາດຊືມເຊື້ອ ທີ່ເກີດຂື້ນໃຫມ່ ແລະ ພະຍາດຊືມເຊື້ອ ທີ່ກັບມາເກີດຂື້ນໃຫມ່ ເຊັ່ນ: ພະຍາດໄຂ້ຫວັດສັດປິກ, ແລະ ພະຍາດອື່ນໆທີ່ເກີດຂື້ນມາໃຫມ່ ນອກຈາກນີ້ ໃນກອງປະຊຸມ ຍັງໄດ້ສະເໜີແຜນການປະຕິບັດງານໃນການເຝົ້າລະວັງ, ການປະເມີນຄວາມສ່ຽງ ແລະ ການຕອບໂຕ້ ໃນປີ 2018, ທັງນີ້ກໍ່ເພື່ອແນໃສ່ບັນລຸຄວາມອາດສາມາດ ທີ່ເປັນໃຈກາງຂອງລະບຽບສາກົນດ້ານສາທາລະນະສຸກ, ແຜນງານຄວາມຫມັ້ນຄົງທາງດ້ານສຸຂະພາບ ໂດຍສະເພາະແມ່ນຂໍ້ສະເໜີແນະນໍາຂອງທີມງານປະເມີນສາກົນ ກ່ຽວກັບການປະຕິບັດງານ ແລະ ຍຸດທະສາດຄວບຄຸມພະຍາດເຊື່ອມເຊື້ອ ໃນ ສປປ ລາວ ໃນປີຜ່ານມາ ແລະ ຊຸມປີຕໍ່ຫນ້າ. ທັງນີ້ເພື່ອເປັນການເພີ່ມຄວາມເຂັ້ມແຂງ-ຄວາມອາດສາມາດ ໃນການເຝົ້າລະວັງ, ການປະເມີນຄວາມສ່ຽງ ແລະ ການຕອບໂຕ້ການລະບາດຂອງພະຍາດ ໃຫ້ແກ່ຫນ່ວຍງານລະບາດວິທະຍາ ໃນທຸກລະດັບ ແລະ ຄວາມສາມາດກວດວິເຄາະ ເພື່ອຍັ້ງຍືນໃຫ້ໄວ ແລະ ທັນເວລາ, ຮັບປະກັນຄຸນນະພາບ, ທັງມີຄວາມປອດໄພ.
Editor: ກຳປານາດ ລັດຖະເຮົ້າ