ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມວຽກງານສົ່ງເສີມການຄ້າ ຂື້ນ ໃນລະຫວ່າງ ວັນທີ 28 – 30 ມີນາ 2018 ທີ່ ສະຖາບັນຄົ້ນຄົ້ວເສດຖະກິດອຸດສາຫະກໍາ ແລະ ການຄ້າ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ໄຊເພັດ ນໍລະສິງ ຮັກສາການຫົວຫນ້າກົມສົ່ງເສີມການຄ້າ, ມີບັນດາຫົວຫນ້າພະແນກ, ຮອງພະແນກສົ່ງເສີມການຄ້າ ທົ່ວປະເທດເຂົ້າຮ່ວມ.
ເພື່ອສ້າງຄວາມເຂັ້ມແຂງໃນການສົ່ງເສີມການຄ້າທົ່ວປະເທດ ແລະ ປັບກົນໄກວຽກງານສົ່ງເສີມການຄ້າໃຫ້ແກ່ຫົວໜ່ວຍທຸລະກິດ ໃຫ້ສາມາດເຊື່ອມໂຍງກັບສາກົນ, ການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ເປັນການຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດ ເພື່ອໃຫ້ສາມາດແຂ່ງຂັນໄດ້, ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ວຽກງນສົ່ງເສີມການຄ້າເປັນວຽກງານທີ່ສໍາຄັນ ແລະ ຈໍາເປັນທີ່ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ເພື່ອເຮັດໃຫ້ເກີດການຜະລິດ ແລະ ເຮັດໃຫ້ເກີດສີນຄ້າລາວທີ່ສາມາດແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດ - ການຄ້າໃນພາກພື້ນ ແລະ ສາກົນ ເຊິງມັນແມ່ນປັດໃຈໜຶ່ງທີ່ສໍາຄັນ ໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດເຮົາ ໂດຍສະເພາະແມ່ນການສ້າງໂອກາດ ແລະ ຊ່ອງທາງໃນການຂະຫຍາຍຕະຫລາດໄປສູ່ສາກົນ, ການສ້າງສີນຄ້າລາວໃຫ້ໄດ້ຄຸນະພາບ, ມີຍີ່ຫໍ້ ແລະ ເປັນທີ່ຍອມຮັບໃນສັງຄົມ, ມີການຫຸ້ມຫໍ້ທີ່ທີ່ສວຍງາມ ແລະ ມີມາດຕາຖານ, ທັງໝົດນີ້ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ເສດຖະກິດ-ການຄ້າ ຂອງ ສປປ ລາວ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນການສ້າງວຽກເຮັດງານທໍາ ອີກດ້ວຍ.
ເປົ້າໝາຍການຈັດກອງປະຊຸມຄັ້ງນີ້ ແມ່ນເລັ່ງໃສ່ ການສ້າງແຜນກະກຽມສົ່ງເສີມການຄ້າຮອບດ້ານໃນຂອບເຂດທົ່ວປະເທດ ໄລຍະ 2018 – 2020 ພ້ອມນ້ີ້ ກໍເປັນກນສ້າງແຜນໄລຍະປີ 2020 - 2025 ພາຍຫຼັງຜົນສໍາເລັດຂອງກອງປະຊຸມການຄ້າທົ່ວປະເທດ ແລະ ສົມທົບໃສ່ການປະກອບສ່ວນ ໃນການພັດທະນາແຜນ 8 ຂອງລັດຖະບານ ເພື່ອໃຫ້ສາມາດສັງລວມໄດ້ຂໍ້ມູນລະອຽດຮອບດ້ານຂອງແຜນພັດທະນາວຽກງານສົ່ງເສີ່ມການຄ້າ ແລະ ແຜນພັດທະນາສີນຄ້າ ຂອງບັນດາວຽກງານການຄ້າຂັ້ນບ້ານ, ເມືອງ ແລະ ແຂວງ, ດັ່ງນັ້ນກອງປະຊຸມຄັ້ງນີ້ ຍັງເປັນໂອກາດໃນການທົບທວນຄືນ ການປະຕິບັດວຽກງານການຄ້າໃນໄລຍະຜ່ານມາ ກ່ຽວກັບສະພາບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດເພື່ອນໍາມາປັບປຸງ ຄຸນນະພາບສີນຄ້າ, ການສ້າງຖານຂໍ້ມູນ - ຂ່າວສານ, ການລົງທືນ ແລະ ອື່ນໆໃ
Editor: ກຳປານາດ ລັດຖະເຮົ້າ