ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດເຂົ້າຮ່ວມເປີດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 3 ທີ່ເປີດສາກຢ່າງເປັນທາງການໃນວັນທີ 26 ມີນາ 2018 ນີ້, ມີທ່ານ ໄຊສົມເພັດ ນໍຣະສິງ, ຮັກສາການ ຫົວໜ້າກົມສົ່ງເສີມການຄ້າ ກະ¬ຊວງອຸດສະ¬ຫະກຳ ແລະ ການຄ້າ, ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າ ນະຄອນຫຼວງ, ທ່ານ ຄໍາໄພ ສົມຊະ¬ນະ ປະ¬ທານສະມາຄົມເຟີນີເຈີລາວ, ມີບັນດາຫົວໜ້າຂະແໜງການຕ່າງໆ ທັງພາກລັດ ແລະ ພາກທຸລະກິດ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກ¬ສ່ວນກ່ຽວ¬ຂ້ອງເຂົ້າຮ່ວມ.
ທ່ານ ກອງມະລາ ພົມມາໄລ ຮອງປະ¬ທານສະມາຄົມເຟີນີເຈີລາວ ກ່າວວ່າ: ງານວາງສະແດງ ສິນຄ້າເຟີນີເຈີ ວຽງຈັນ ຄັ້ງທີ III ປະຈຳປີ 2018 ໄຂຂຶ້ນເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເນື້ອໃນຈິດໃຈຂອງແຈ້ງການເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ, ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018, ທັງເປັນການອະນຸລັກຮັກສາໄມ້, ນໍາໃຊ້ໄມ້ໃຫ້ເກີດປະໂຫຍດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສໍາເລັດຮູບ ມາຈາກ ຫວາຍ, ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມໃນຍົກປະຈຸບັນມີຄວາມຕ້ອງການ ແລະ ຍັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ສ້າງວຽກເຮັດງານທໍາໃກ້ກັບປະຊາຊົນບັນດາເຜົ່າ ໂດຍສະເພາະ ກໍແມ່ນໃຫ້ທຸກຄົນໄດ້ມີວຽກເຮັດງານທໍາຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກ.
ນອກຈາກນີ້ ຍັງເປັນການໂຄສະນາ ສິນຄ້າເຟີນີເຈີໄມ້ລາວ ໃຫ້ບັນດາຫົົວໜ່ວຍທຸລະກິດເຟີນີເຈີໄມ້ ໃນນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດໄດ້ຮັບຮູ້ ແລະ ນຳເອົາຜະລິດຕະພັນເຟີນີເຈີຂອງຕົນມາວາງສະແດງຊື້-ຂາຍ, ທັງເປັນການແລກປ່ຽນບົດຮຽນປະສົບປະການດ້ວຍກັນ ຂອງນັກທຸລະກິດ ຫົວໜ່ວຍການຜະລິດເຟີນີເຈີ ທີ່ເຮັດໃຫ້ມີຜະລິດຕະພັນເຟີນີເຈີໄມ້ລາວອອກມາຮັບໃຊ້ສັງຄົມ, ພ້ອມທັງ ເປັນການສະແດງຜົນງານຂອງຕົນເອງ ທີ່ໄດ້ໃຊ້ຫົວຄິດປະດິດສ້າງຂຶ້ນມາ ໂດຍນາຍຊ່າງທີ່ມີຄວາມຊໍານິຊໍານານ, ຄວາມປະນີດ, ຄວາມສວຍງາມ ສາມາດສ້າງໄດ້ຫຼາຍຜະລິດຕະພັນ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສີໄມ້ລາຍມືຂອງຄົນລາວ ແລະ ບັນດາຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວ ໂດຍສະເພາະແມ່ນການສົ່ງເສີມການຊື້-ຂາຍສິນຄ້າ ແລະ ຊອກລູກຄ້າ ເພື່ອເປີດໂອກາດໃຫ້ຜູ້ຊື້ ເຂົ້າເຖິງຜູ້ຜະລິດໄດ້ໂດຍກົງ.
ສະນັ້ນ ສະມາຄົມເຟີນີເຈີລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ແລະ ສູນການຄ້າລາວ-ໄອເຕັກ ພາຍໃຕ້ທິດຊີ້ນໍາຂອງ ກະ¬ຊວງອຸດສະ¬ຫະກຳ ແລະ ການຄ້າ ຈຶ່ງໄດ້ຈັດງານນີ້ຂື້ນມາ ຊຶ່ງຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນລະຫວ່າງ ວັນທີ 24 ມີນາ ຫາ 1 ເມສາ 2018, ໂດຍມີຫົວ ໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ທັງໝົດ 122 ຫ້ອງ, ມາຈາກ 52 ຫົວໜ່ວຍທຸລະກິດ ໃນນັ້ນ ຕ່າງແຂວງ ມີ 15 ຫົວໜ່ວຍ 18 ຫ້ອງ ແລະ ນະຄອນຫຼວງຈໍານວນ 104 ຫ້ອງ, ໂດຍມີມູນຄ່າຈາລະຈອນຊື້-ຂາຍສິນຄ້າທັງ ໝົດ ປະມານ 9 ຕື້ກີບ, ຄາດວ່າຈະມີການຊື້-ຂາຍປະມານ 75% ຕົກເປັນມູນຄ່າຢູ່ປະມານ 6 ຕື້ກີບ ແລະ ຄາດວ່າຈະມີຄົນເຂົ້າຊົມງານສະແດງທັງໝົດ ປະມານ 3 ແສນຄົນ.
Editor: ຕະວັນ ແສງສະຫວັນ