ໃນຕອນເຊົ້າ ຂອງວັນທີ 23 ມີນາ 2018 ນີ້, ຢູ່ທີ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດ ພິທີປະກາດເມືອງທຸລະຄົມ ເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ສະໄໝປີ 2015-2018 ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຈັນທະບູນ ໂພສາລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີທ່ານ ນາງ ວົງເດືອນ ວັດຕະໂສ ຮອງເລຂາພັກເມືອງ ຮອງເຈົ້າເມືອງ, ມີທ່ານ ນາງ ຄຳຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງທຸລະຄົມ, ມີປະທານສະຫະພັນແມ່ຍິງບ້ານ ແລະ ໜ່ວຍ ກົມກອງ, ມີພະນັກງານທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ສະມາຊິກສະຫະພັນແມ່ຍິງທົ່ວເມືອງທຸລະຄົມ ແລະ ສະຫະພັນແມ່ຍີງບັນດາເມືອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ວົງເດືອນ ວັດຕະໂສ ຮອງເຈົ້າເມືອງຍັງໄດ້ໃຫ້ກຽດກ່າວເປີດພິທີປະກາດເມືອງທຸລະຄົມເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ສະໄໝປີ 2015-2017 ຂຶ້ນຢ່າງເປັນທາງການ.
ທ່ານ ນາງ ຄຳຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງທຸລະຄົມ ຍັງໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງເມືອງທຸລະຄົມໄລຍະ 2015-2017 ວ່າ: ເມືອງທຸລະຄົມແບ່ງອອກເປັນ 4 ກຸ່ມບ້ານພັດທະນາ, ມີ 42 ບ້ານ, ມີ 9.911 ຫລັງຄາເຮືອນ, ມີ 11.867 ຄອບຄົວ, ມີພົນລະເມືອງທັງໝົດ 55.831 ຄົນ, ຍິງ28.127 ຄົນ, ທົ່ວເມືອງມີໜ່ວຍສະຫະພັນແມ່ຍິງ ມີ 37 ໜ່ວຍ, ໃນນັ້ນລວມ 42 ບ້ານ ແລະ ມີຄະນະບໍລິຫານງານສະຫະພັນແມ່ຍີງເມືອງ 17 ທ່ານ, ປະຈຳຫ້ອງການ 1 ທ່ານ, ປະຈຳກົມກອງອ້ອມຂ້າງເມືອງ 5 ທ່ານ, ປະຈຳຢູ່ກຸ່ມບ້ານ 9 ທ່ານ, ມີຄະນະໜ່ວຍສຳນັກງານອົງການ 78 ທ່ານ, ມີຄະນະສະຫະພັນແມ່ຍິງບ້ານ 212 ທ່ານ, ເປັນສະຫະພັນແມ່ຍິງ 5.572 ທ່ານ, ເປັນລັດຖະກອນ 457 ທ່ານ, ເປັນຄະນະກຳມະການພັກເມືອງ 2 ທ່ານ, ເປັນຫົວໜ້າຫ້ອງການ 5 ທ່ານ, ເປັນອຳນວຍການໂຮງຮຽນ 22 ທ່ານ, ເປັນເລຂາພັກບ້ານ 2 ທ່ານ, ນາຍບ້ານ 2 ທ່ານ, ເປັນຮອງນາຍບ້ານ 4 ທ່ານ, ເປັນສະມາຊິກພັກສົມບູນ 352 ສະຫາຍ, ສະມາຊິກສຳຮອງ 50 ສະຫາຍ, ເປັນສະມາຊິກຊາວໝຸ່ມ 4.901 ທ່ານ, ເປັນສະມາຊິກກຳມະບານ 323 ທ່ານ ໃນນັ້ນມີ 8 ບ້ານຕົວແບບດ້ານການຜະລິດເປັນສິນຄ້າ ເຊີ່ງປະກອບມີ: ບ້ານ ແຈ້ງ, ບ້ານຫລີ່ງຊັນ, ບ້ານຫາດໄຊ, ບ້ານ ເກິນເໜືອ, ບ້ານຕານປ່ຽວ, ບ້ານເກິນກາງ, ບ້ານໂພນຄຳ ແລະ ບ້ານ ຈຸ້ມ
ປະກອບມີ 10 ກຸ່ມການຜະລິດທີ່ກາຍເປັນຄອບຄົວຕົວແບບໃຫ້ແກ່ເມືອງທຸລະຄົມ ເຊັ່ນ: ເດັ່ນໃນການປູກສາລີຫວານ ມີ 2 ຄອບຄົວສາມາດສ້າງລາຍຮັບ 50-100 ລ້ານກີບຕໍ່ປີ, ປູກສາລີແຂງ ມີ 4 ຄອບຄົວສາມາດສ້າງລາຍຮັບ 100-140 ລ້ານກີບຕໍ່ປີ, ປູກແຍ້ ມີ 10 ຄອບຄົວ ສາມາດສ້າງລາຍຮັບ 100-150 ລ້ານກີບຕໍ່ປີ, ປູກເຂົ້າມີ 4 ຄອບຄົວສາມສ້າງລາຍຮັບ 50-60 ລ້ານກີບຕໍ່ປີ, ລ້ຽງສັດປີກມີ 1 ຄອບຄົວ ສາມາດສ້າງລາຍຮັບ 50-100 ລ້ານກີບຕໍ່ປີ, ລ້ຽງໝູມີ 2 ຄອບຄົວສາມາດສ້າງລາຍຮັບໄດ້ 300-360 ລ້ານກີບຕໍ່ປີ, ລ້ຽງປາແບບທຳມະຊາດ ມີ 3 ຄອບຄົວສາມາດສ້າງລາຍຮັບໄດ້ 100-200 ລ້ານກີບຕໍ່ປີ, ລ້ຽງປາກະຊັງ ມີ 1 ຄອບຄົວສາມາດສ້າງລາຍຮັບໄດ້ 150-200 ລ້ານກີບຕໍ່ປີ, ລ້ຽງສັດໃຫຍ່ປະເພດງົວ ຄວາຍມີ 2 ຄອບຄົວທີ່ລ້ຽງນັບແຕ່ 120-180 ໂຕ ແລະ ຕ່ໍາຫູກທໍໄໝມີ 10 ຄອບຄົວ ສາມາດສ້າງລາຍຮັບໄດ້ 7 ລ້ານກີບຫາ 20 ລ້ານກີບຕໍ່ປີ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີສະຫະພັນແມ່ຍິງ ເມືອງທຸລະຄົມ ເຊິ່ງສາມາດຮັບຮອງໜ່ວຍງານສະຫະພັນແມ່ຍິງ 3 ດີໄດ້ທັງໝົດ 17 ໜ່ວຍ ພ້ອມທັງວາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃນປີຕໍ່ໜ້າ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ-ລັດຖະທໍາມະນູນ, ກົດໝາຍຂອງລັດ, ກົດລະບຽບແມ່ຍິງລາວ ແລະ ເອກະສານຕ່າງໆ ມາສຶກສາຄົ້ນຄວ້າໃຫ້ມີຄວາມຮັບຮູ້ເຊື່ອມຊື່ມເຂົ້າໃຈ, ສືບຕໍ່ຈອງວາລະສານໜັງສືພິມຂອງສູນກາງສະຫະພັນແມ່ຍິງລາວ ເພື່ອມາຈໍາໜ່າຍໃຫ້ເອື້ອຍນ້ອງແມ່ຍິງ ກໍ່ຄືການຈັດຕັ້ງທຸກພາກສ່ວນ, ສືບຕໍ່ປັບປຸງການຈັດຕັ້ງແມ່ຍິງຂັ້ນບ້ານ, ຂັ້ນໜ່ວຍກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ.
ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ສະໄໝປີ 2015-2017 ໂດຍທ່ານ ນາງ ຈັນທະບູນ ໂພສາລາດ ປະທານສະຫະພັນແມ່ຍິງແຂວງວຽງຈັນ ແລະ ກ່າວຮັບໂດຍ ທ່ານ ນາງ ຄຳຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງໆທຸລະຄົມ. ແລະ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍສະຫະພັນແມ່ຍິງ ບ້ານແລະກົມກອງ 3 ດີ ຄັ້ງທີ່ II ສະໄໝປີ 2015-2017 3 ດີ ໂດຍທ່ານ ນາງ ວົງເດືອນ ວັດຕະໂສ ຮອງເມືອງໆທຸລະຄົມ ແລະ ກ່າວຮັບໂດຍ ປະທານສະຫະພັນແມ່ຍິງບ້ານ ແລະ ກົມກອງທົ່ວເມືອງ
ຈາກນັ້ນ, ຄະນະປະທານກໍ່ໄດ້ຜັດປ່ຽນກັນຂຶ້ນໂອລົມ, ພ້ອມທັງໃຫ້ກຽດລັ່ນຄ້ອນ 9 ບາດ ແລະ ເປີດປ້າຍ ພິທີປະກາດເມືອງທຸລະຄົມ ເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ສະໄໝປີ 2015-2017 ຢ່າງເປັນທາງການ.
Editor: ເມືອງທຸລະຄົມ