ໃນວັນທີ 20 ມີນາ 2018 ຜ່ານມາທີ່ຫ້ອງການບ້ານ - ບ້ານຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ມີພິທີຮັບຮອງຄອບຄົວສາມັກຄີປອງດອງຂອງບ້ານ ຄອນຕ່າວ ເປັນບ້ານ ທີ V ຂອງເມືອງ, ໂດຍການເຂົ້າຮ່ວມ ຂອງ ທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານແນວລາວ ສ້າງຊາດເມືອງ ,ມີຮອງປະທານແນວລາວສ້າງຊາດບ້ານ, ເລຂາພັກບ້ານ- ນາຍບ້ານ, ຄະນະກໍາມະ ການປະເມີນສ້າງຄອບຄົວສາມັກຄີປອງດອງພ້ອມດ້ວຍພໍ່,ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມກັນຢ່າງພ້ອມພຽງ.
ໃນພິທີ ທ່ານ ວັນ ອີນທະພອນ ນາຍບ້ານ-ບ້ານ ຄອນຕ່າວ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼູບ ແລະ ທິດທາງແຜນການໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານປະເມີນສ້າງຄອບຄົວ ແລະ ບ້ານສາມັກຄີ ປອງດອງຂອງບ້ານ ຄອນຕ່າວ ໃນໄລຍະຜ່ານມາ ,ເຊີ່ງບ້ານ ຄອນຕ່າວ ມີ 117 ຄອບຄົວ, ມີພົນລະເມືອງທັງ ໝົດ 750 ຄົນ, ຍິງ 357 ຄົນ, ມີ 2 ຊົນເຜົ່າຄື: ຊົນເຜົ່າເມື້ຍ ແລະ ຊົນເຜົ່າມົ້ງ ໄລຍະຜ່ານມາທາງຄະນະພັກບ້ານ, ແນວລາວສ້າງຊາດບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າ ໂຮມຄວາມສາມັກຄີໃນຄອບຄົວ ແລະ ພາຍນອກໃຫ້ມີຄວາມເຂົ້າໃຈສາມັກຄີກັນຕັ້ງໜ້າພັດທະນາຄອບຄົວໃຫ້ດີຂື້ນໄປເທືອລະກ່າວດັ່ງນັ້ນ ເຫັນໃດ້ວ່າຈຳນວນຄອບຄົວພາຍໃນບ້ານສາມາດປະເມີນຕົວຈິງຄອບຄົວທີ່ໄດ້ມາດຖານຂອງການສ້າງຄອບຄົວສາມັກຄີເປັນຕົ້ນກໍ່ແມ່ນມາດຖານ. ທຸກຄົນໃນຄອບຄົວຕ້ອງມີຄວາມສາມັກຄີ, ເປັນຄອບຄົວທີໝັ່ນໄປປະຊຸມນັບຖືລະບຽບຂອງບ້ານ, ເປັນຄອບຄົວອະນຸລັກວັດທະນະທໍາຂອງເຜົ່າ ແລະ ເປັນຄອບຄົວທີ່ດໍາລົງຊິວິດປອດໃສຂາວສະອາດເຊິງສາມາດປະເມີນໄດ້ 85% ຂື້ນໄປ ມີ 104 ຄອບຄົວ ສະນັ້ນ ຈິງໄດ້ຜ່ານ ຂໍ້ຕົກລົງຂອງ ເຈົ້າເມືອງ - ເມືອງ ວຽງທອງ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງບັນດາເຜົ່າ ໃຫ້ແຕ່ລະຄອບຄົວ.
ເປັນກຽດມອບຂອງ ທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ. ພ້ອມນັ້ນ ທ່ານ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ປະຊາຊົນກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນ ແຕ່ລະຄອບ ຄົວສາມາດຍາດມາໄດ້ ພ້ອມທັງໄດ້ມີຄຳເຫັນຕໍ່ບາງວຽກງານໃນການສ້າງບ້ານສາມັກຄີປອງດອງໃນຕໍ່ໜ້າ.
Editor: ນັກຂ່າວເມືອງວຽງທອງ