ໃນວັນທີ 21 ມີນາ ຜ່ານມານີ້ ທີ່ດ່ານສາກົນ ລະໄລ ໄດ້ຈັດກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມຮາກຖານ ປະຊາຊົນ ປະຕິວັດລາວ ດ່ານສາກົນ ລະໄລ ໂດຍການເຂົ້າຮວ່ມເປັນປະທານຂອງທ່ານ ພານຸສັກ ວົງຈອມສີ ເລຂາໜ່ວຍຊາວໜຸ່ມຮາກຖານ ດ່ານສາກົນ ລະໄລ ແຂວງສາລະວັນ, ທ່ານ ຈັນເພັງ ສາຍທໍາມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ສຸລັດ ອິນທະວົງ ຮອງເລຂາໜ່ວຍພັກ ຫົວໜ້າດ່ານພາສີ ສາກົນ ລະໄລ, ມີບັນດາສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວຽງຄໍາ ຂຸານົນທາ ຮອງເລຂາໜ່ວຍພັກ ຊາວໜຸ່ມຮາກຖານ ດ່ານສາກົນລະໄລ ໄດ້ຜ່ານບົດລາຍງານການເມືອງ ດັ່ງນີ້: ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມຮາກຖານ ດ່ານສາກົນ ລະໄລ, ທິດທາງແຜນການເຄື່ອນໄຫວຂອງໜ່ວຍຊາວໜຸ່ມຮາກຖານ ປະຊາຊົນ ປະຕິວັດລາວ ດ່ານສາກົນ ລະໄລ 2018-2022. ໜ່ວຍຊາວໜຸ່ມຮາກຖານປະຊາຊົນ ປະຕິວັດລາວ ດ່ານສາກົນລະໄລ ແມ່ນ ໜຶ່ງໃນໜ່ວຍຮາກຖານຊາວໜຸ່ມອອ້ມຂ້າງແຂວງ, ເຊິ່ງພາຍໃຕ້ການຊີ້ນຳຂອງຄະນະພັກຮາກຖານ ແລະ ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມແຂວງໂດຍກົງ ທີ່ມີພາລະບົດບາດ ເຕົ້າໂຮມຊາວໜຸ່ມພະນັກງານໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານຕາມພະລະບົດບາດ ແລະ ປະສານສົມທົບພົວພັນ ແລະ ແລກປ່ຽນບົດຮຽນ ບໍ່ວ່າຈະເປັນວຽກງານອົງການຈັດຕັ້ງ ແລະ ວຽກງານຕາມສາຍວິຊາສະເພາະ ກັບ ດ່ານສາກົນລະໄລ-ຫວຽດນາມ ເພື່ອຍົກລະດັບດ່ານ ລາວ ແລະ ຫວຽດນາມ ໃຫ້ເປັນສາກົນຍິ່ງຂຶ້ນ.
Editor: ນັກຂ່າວຊາວໜຸ່ມແຂວງສາລະວັນ