ໃນຕອນເຊົ້າຂອງວັນທີ 21 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມຕຶກ ວັດທະນະທໍາສັງຄົມ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີສຳເລັດການຝຶກອົບຮົມພັດທະນາສີມືແຮງງານປຸງແຕ່ງອາຫານ ແລະ ການບໍລິການ. ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄໍາຜາຍ ແກ້ວລາວັນ, ຮອງເລຂາພັກເມືອງໂພນທອງ, ທ່ານ ຫຸມເພັງ ອິນດາລັກ, ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ຄໍາພູນ ອຳພັນວິໄລ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີບັນດາຄູຝຶກ, ນັກສໍາມະນາກອນ ຈໍານວນ 28 ຄົນເຂົ້າຮ່ວມ.
ທ່ານ ນາງ ສົມຈີນ ພຸດທະວົງສາ, ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ກໍ່ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວການຝຶກອົບຮົມ ທັງດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເລີ່ມແຕ່ ວັນທີ 15 -21 ມີນາ 2018 ແມ່ນໄດ້ສໍາເລັດຢ່າງເປັນທາງການ ທ່ານຍັງໄດ້ລາຍງານໃຫ້ຮູ້ວ່າ: ເພື່ອຍົກສູງລະດັບສີມືແຮງງານໃຫ້ແກ່ເອື້ອຍນ້ອງແມ່ຍິງພາຍໃນເມືອງໂພນທອງ ໃຫ້ມີອາຊີບ ແລະ ການພັດທະນາສ້າງເສດຖະກິດຄອບຄົວ, ການຝຶກອົບຮົມໄດ້ຮຽນຮູ້ວິທີການທຳອາຫານປະເພດຄາວ 17 ລາຍການ, ປະເພດອາຫານຫວານ 13 ລາຍການ, ເຫັນໄດ້ວ່ານັກສໍາມະນາກອນໄດ້ເອົາໃຈໃສຮຽນຮູ້ໄດ້ດີພໍສົມຄວນ, ຈາກນັ້ນ ທ່ານ ຫຸມເພັງ ອິນດາລັກ ຮອງຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມແຂວງ ກໍ່ໄດ້ຂຶ້ນມອບໃບຢັ້ງຢືນການຝຶກອົບຮົມຄັ້ງນີ້ໃຫ້ແກ່ນັກສຳມະນາກອນ ຈໍານວນ 28 ຄົນ ໂດຍມາຈາກແມ່ຍິງບ້ານໃຫ່ຍວັງຊຽງ ພ້ອມດ້ວຍພະນັກງານພາຍໃນເມືອງ.
ທ້າຍພິທີ ທ່ານ ຄໍາຜາຍ ແກ້ວລາວັນ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງກ່າວປີດພິທີຊຸດຝຶກອົບຮົມວຽກງານພັດທະນາສີມືແຮງງານປຸງແຕ່ງອາຫານ ແລະ ການບໍລິການ ຢ່າງເປັນທາງການ ໂດຍເນັ້ນໜັກໃຫ້ນັກສຳມະນາກອນທຸກຄົນ ນຳເອົາຄວາມຮູ້ຄັ້ງນີ້ ໄປໝູນໃຊ້ໃນການປະຕິບັດຕົວຈີງ ໃຫ້ໄດ້ຮັບຜົນດີ. ພ້ອມທັງກ່າວມອບໃບຍ້ອງຍໍໃຫ້ແກ່ຄູຝຶກຈໍານວນ 2 ຄົນ.
Editor: ເມືອງໂພນທອງ