ໃນວັນທີ 20 ມີນາ ຜ່ານມານີ້ ທີ່ສະໂມສອນເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ ປະຈຳປີ 2017 ແລະ ທິດທາງແຜນ ການປີ 2018 ໂດຍການເຂົ້າຮ່ວມຂອງທ່ານ ຄໍາກາງ ຮ່ວງທະຈັນ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີຫົວໜ້າຫ້ອງການ, ຂະແຫນງການອ້ອມຂ້າງ, ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ທ່ານ ທອງປານ ກິນດາວົງ ຫົວໜ້າຫ້ອງການໆເງິນເມືອງ ໄດ້ຜ່ານແຜນງົບປະມານ ປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງທີ III ຂອງອົງຄະນະພັກເມືອງ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຕ່ນີ້ຮອດປີ 2020. ໃນໄລຍະຜ່ານມາຫ້ອງການໆເງິນເມືອງໄດ້ຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2017 ທີ່ແຂວງມອບໃຫ້ເມືອງຈັດຕັ້ງປະຕິບັດ ແມ່ນ 19 ຕື້ 177 ລ້ານກວ່າກີບ ຜ່ານການຊີ້ນຳ-ນຳພາຈາກຜູ້ຊີ້ນຳຂົງເຂດເສດຖະກິດ ເຫັນໄດ້ວ່າສາມາດປະຕິບັດໄດ້ເກີນຄາດໝາຍ 21 ຕື້ 359 ລ້ານກວ່າກີບ; ອັນພົ້ນເດັ່ນແມ່ນວຽກງານສ່ວຍສາອາກອນແຜນການປີ 550 ລ້ານກີບ ປະຕິບັດໄດ້ 846 ລ້ານກວ່າກີບເທົ່າກັບ 154%, ຮັບຈາກຄ່າທຳນຽມອາກອນແຜນການປີ 120 ລ້ານກີບ ປະຕິບັດໄດ້ 108 ລ້ານກວ່າກີບ, ຮັບຈາກບໍລິຫານວິຊາການປະຕິບັດໄດ້ 100%, ຮັບຈາກທີ່ດິນປະຕິບັດໄດ້ 90%, ຮັບຈາກຊັບສິນປະຕິບັດໄດ້ 67% ແລະ ລວມຍອດລາຍຈ່າຍໃນປີ 2017 ປະຕິບັດໄດ້ 100%. ເຊິ່ງໃນຕໍ່ຫນ້າຈະສືບຕໍ່ໍ່ປະຕິບັດລາຍຮັບຕາມແຜນທີ່ພະແນກການເງິນແຂວງໄດ້ແບ່ງໃຫ້ເມືອງ ພ້ອມທັງ ແກ້ໄຂບັນຫາໜີ້ສິນຄຸມເຄືອໃຫ້ຫລຸດລົງ ແລະ ບັນຫາການຈ່າຍນອກລະບົບທີ່ເຫັນວ່າບໍ່ຖືກຕ້ອງຕາມລະບຽບກົດຫມາຍຂອງລັດ.
ຈາກນັ້ນ ແຕ່ລະພາກສ່ວນກໍ່ໄດ້ລາຍງານສະພາບການເຄື່ອນໄຫວຂອງຕົນ ພ້ອມທັງແລກປ່ຽນຄຳຄິດເຫັນເພື່ອໃຫ້ການປະຕິບັດວຽກງານໃນການເກັບລາຍຮັບ-ລາຍຈ່າຍໃນຕໍ່ໜ້າມີຄວາມສະດວກ ແລະ ສາມາດເກັບເຂົ້າງົບປະມານແຫ່ງລັດໃຫ້ໄດ້ເກີນຄາດຫມາຍ. ໃນໂອກາດດັ່ງກ່າວຄະນະປະທານຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຫ້ອງການ, ບ້ານ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ລົງເກັບພາສີທີ່ດິນ ແລະ ມອບພັນທະເຂົ້າງົບປະມານ ປະຈຳປີ 2017 ຈຳນວນ 136 ໃບ.
Editor: ນັກຂ່າວເມືອງພູຄູນ