ກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໂພນໂຮງ ໄດ້ຈັດຂື້ນ ໃນວັນທີ 20 ມີນາ 2018 ທີ່ຫ້ອງປະຊຸມເມືອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ມີທ່ານ ຄໍາຟອງ ບົວທອງ ຫົວໜ້າ ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ, ມີທ່ານ ນາງ ອິ່ນຄຳ ພັນດາລາ ເຈົ້າເມືອງໆໂພນໂຮງ, ມີ ທ່ານ ນາງ ວຽງແກ້ວ ແກ້ວວົງສາ ຫົວໜ້າຫ້ອງການ ຖວທ ເມືອງ, ມີບັນຫົວໜ້າຫ້ອງການ ຖວທ ເມືອງອ້ອມຂ້າງ ພ້ອມດ້ວຍ ຜູ້ປະກອບທຸລະກິດພາຍໃນເມືອງເຂົ້າຮ່ວມ.
ທ່ານ ນາງ ວຽງແກ້ວ ແກ້ວວົງສາ ຫົວໜ້າຫ້ອງການ ຖວທ ເມືອງໂພນໂຮງ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ວ່າ: ຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງໂພນໂຮງ ມີຫນ່ວຍພັກຮ່ວມກັບຫ້ອງການໂຄສະນາອົບຮົມເມືອງ ເຊິ່ງຂື້ນກັບຄະນະປະຈຳພັກເມືອງໂດຍກົງ, ສະເພາະຫ້ອງການ ຖວທ ເມືອງ ມີສະມາຊິກທັງໝົດ 9 ສະຫາຍ, ຍິງ 5 ສະຫາຍ, ຖວທ ເມືອງໂພນໂຮງ ເປັນຫ້ອງການໜື່ງທີ່ເປັນເອກະລາດດ້ານວິຊາການຂື້ນກັບ ພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ປະກອບມີ 4 ຫນ່ວຍງານ. ວຽກງານຖະແຫລງຂ່າວຂອງເມືອງໄດ້ແຈກຢາຍຫນັງສືພີມຂອງແຂວງໄດ້ 1.152 ສະບັບ, ເກັບກຳຂ່າວ ທັງໝົດ 223 ຂ່າວ, ສົ່ງຂ່າວອອກໂທລະພາບ 63 ຂ່າວ, ສົ່ງຂ່າວລົງຫນັງສືພີມແຂວງວຽງຈັນ ໄດ້ 77 ຂ່າວ, ສົ່ງໃຫ້ວິທະຍຸກະຈາຍສຽງແຫ່ງຊາດ 5 ຂ່າວ, ສົ່ງຂ່າວໃຫ້ວິທະຍຸແຂວງໄດ້ 78 ຂ່າວ ແລະ ເປີດໂທລະໂຄ່ງໄດ້ 120 ຄັ້ງ. ວຽກງານວັດທະນະທຳ - ສົ່ງເສີມການທ່ອງທ່ຽວ ທົ່ວເມືອງມີວົງດົນຕີ ທັງໝົດ 15 ວົງ, ໃນນີ້ ມີດົນຕີໃຫຍ່ 3 ວົງ, ດົນຕີເອເລັກໂທນ 12 ວົງ, ມີຮ້ານບັນເທິງ 8 ຮ້ານ ແລະ ຮ້ານຄາຣາໂອເກະ 4 ຮ້ານ ; ກວດກາ ແລະ ອອກອະນຸຍາດຕໍ່ປ້າຍໂຄສະນາໄດ້ 124 ປ້າຍ, ຮັບຮອງສ້າງບ້ານວັດທະນະທຳໄດ້ 55 ບ້ານ, ຮັບຮອງສ້າງບ້ານວັດທະນະທຳ ຮອບທີ II ໄດ້ 28 ບ້ານ, ຮັບຮອງກຸ່ມບ້ານວັດທະນະທຳໄດ້ 3 ກຸ່ມບ້ານ, ຮ່ວມຈັດພິທີເປີດປີທ່ອງທ່ຽວແຂວງວຽງຈັນ ໃນງານເທດສະການບຸນກິນຈຽງເຜົ່າມົ້ງ ຢູ່ຈຸດສຸມນາເລົາ (ຫລັກ52), ສົມທົບອຳນາດການປົກຄອງກຸ່ມບ້ານ ແລະ ຫ້ອງການ ຈັດບຸນນະມັດສະການພະທາດດອນແກ້ວ, ຮ່ວມຈັດງານສົ່ງເສີມຜະລິດຕະພັນ ODOP, ສົມທົບພະແນກ ຖວທ ແຂວງ ເປັນເຈົ້າພາບຈັດກອງປະຊຸມເຊື່ອມຕໍ່ວຽກງານທ່ອງທ່ຽວ 4 ເມືອງທົ່ງພຽງ. ໃນປີ2017 ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ເມືອງໂພນໂຮງທັງໝົດ 9.808 ຄົນ, ຍິງ 4.654 ຄົນ, ມູນຄ່າການລົງທຶນໃນຂະແຫນງທ່ອງທ່ຽວພາຍໃນເມືອງ 33 ຕື້ກວ່າກີບ.ໃນໂອກາດນີ້ ທ່ານ ຄຳຟອງ ບົວທອງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ໄດ້ເນັ້ນຫນັກບາງບັນຫາເປັນຕົ້ນແມ່ນການສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງວຽງຈັນ ແລະ ການເລັ່ງໃສ່ຈັດຕັ້ງປະຕິບັດວຽກງານ 3ສ້າງໃຫ້ເປັນຮູບປະທຳ ພ້ອມນັ້ນຍັງໄດ້ເນັ້ນໃຫ້ບັນດາຜູ້ປະກອບການ ນັກທຸລະກິດ ເອົາໃຈໃສ່ເປັນເຈົ້າການໃນການປະຕິບັດລະບຽບຕ່າງໆທີ່ກຳນົດໄວ້ເພື່ອສ້າງ ແລະ ເຮັດໃຫ້ການທ່ອງທ່ຽວທົ່ວແຂວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດປີທ່ອງທ່ຽວ 2018 ນີ້ໄດ້ຮັບຫມາກຜົນຕທາມລະດັບຄາດຫມາຍ.
Editor: ແຂວງວຽງຈັນ