ໃນກາງເດືອນມີນາ 2018 ຜ່ານມາ ທີ່ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊ ໄດ້ມີກອງປະຊຸມແລກປົດຮຽນວຽກງານສື່ ລະຫວ່າງ ຂະແໜງຖະແຫຼງຂ່າວ, ສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊ ກັບ ໂທລະພາບແຫ່ງຊາດລາວ ໂດຍມີທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ພ້ອມດ້ວຍຫົວໜ້າພະແນກທີ່ກ່ຽວຂ້ອງຈາກໂທລະພາບແຫ່ງຊາດລາວ, ມີທ່ານ ມະຫາໄຊ ເກດບຸນພັນ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ, ມີຕາງໜ້າຈາກຂະແໜງຖະແຫຼງຂ່າວ, ມີຫົວໜ້າ-ຮອງຫົວໜ້າສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນການພົບປະກັນຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວວຽກງານສື່ຂອງແຂວງອຸດົມໄຊ ທີ່ໄດ້ມີການຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນນັ້ນ ແມ່ນໄດ້ຍົກໃຫ້ຮູ້ເຖີງຜົນງານ ດ້ານດີ ຂໍ້ສະດວກ ແລະ ດ້ານອ່ອນຂໍ້ຄົງຄ້າງ ໃຫ້ຜູ້ເຂົ້າຮ່ວມໄດ້ມີຄຳຄິດຄຳເຫັນແລກປ່ຽນນຳກັນ ຕາມຈຸດປະສົງເພື່ອເກັບກຳຂໍ້ມູນກ່ຽວກັບວຽກງານສື່ຂອງແຂວງອຸດົມໄຊ ແລກປ່ຽນບົດຮຽນໃນການຈັດຕັ້ງເຄື່ອນໄຫວວຽກງານສື່ ເປັນຕົ້ນແມ່ນທາງດ້ານການຂຽນຂ່າວ, ຂຽນບົດ, ການຜະລິດ-ສົ່ງຂ່າວ, ບົດ ແລະ ລາຍການ ຂອງທ້ອງຖິ່ນໃຫ້ໂທລະພາບແຫ່ງຊາດ ລວມທັງການສ້າງສື່ອອນລາຍ. ທັງນີ້ ກໍ່ເພື່ອແນໃສ່ປັບປຸງແກ້ໄຂ ການຈັດຕັ້ງເຄື່ອນໄຫວວຽກງານສື່ຂອງແຂວງອຸດົມໄຊ ໃຫ້ມີຄວາມຖືກຕ້ອງ ມີເນື້ອໃນຄົບຖ້ວນ ແລະ ວ່ອງໄວ.
Editor: ແຂວງອຸດົມໄຊ