ໃນຕອນບ່າຍ ວັນທີ 16 ມີນາ 2017 ນີ້ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທີມອບເງິນອຸດໜຸນບຳນານໃຫ້ແກ່ພະນັກງານ-ນັກຮົບ ຜູ້ທີ່ຮອດອາຍຸກະສຽນພັກການ ຮັບອຸດໜູນບຳນານ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ທອງໃບ ລໍວັນໄຊ ກຳມະການພັກແຂວງ, ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ, ມີບັນດາຫ້ອງ, ກອງ, ພ້ອມດ້ວຍພະນັກງານ ອາວຸໂສ-ບໍານານ ເຂົ້າຮ່ວມ.
ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 361/ປກສ, ລົງວັນທີ 22 ກຸມພາ 2018 ວ່າດ້ວຍການອານຸມັດໃຫ້ນາຍຕໍາຫຼວດ ພັກການ ຮັບອຸດໜູນບໍານານ ໃນນັ້ນ ລວມມີ 07 ສະຫາຍ ຄື: ສະຫາຍ ພັນໂທ ແກ້ວ ຂຸນອິນ, ສະຫາຍ ພັນໂທ ສໍາລານ ກາສີແສງເພັດ, ສະຫາຍ ພັນໂທ ຄໍາຟອງ ສຸກສໍາລານ , ສະຫາຍ ພັນໂທ ກົງໃຈ ສາລີຈັນ , ສະຫາຍ ພັນໂທ ບຸນລຽບ ແສນເມືອງຊ້າຍ, ສະຫາຍ ພັນໂທ ນາງ ກົງຈັນ ລໍວັນໄຊ ແລະ ສະຫາຍ ຮ້ອຍເອກ ນາງ ເຂັມພອນ ກົມວິລະຄຸນ ທີ່ໄດ້ຮັບເງິນອຸດໜູນບໍານານ ລວມເປັນເງິນທັງໝົດຈໍານວນ ສອງຮ້ອຍ ຊາວສາມລ້ານ ແປດແສນຫົກສິນສີພັນ ສອງຮ້ອຍກີບ 223.864.200 ໃຫ້ກຽດຂື້ນມອບໂດຍ ທ່ານ ພັນເອກ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ແລະ ທ່ານຍັງໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 34 / ສພຊ, ລົງວັນທີ 26 ກໍລະກົດ 2013 ວ່າດ້ວຍລະບອບປະກັນສັງຄົມພາກລັດ ຕໍ່ພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ ກ່ຽວກັບການປະຕິບັດນະໂຍບາຍ ແລະ ລະບອບອຸດໜູນຕ່າງໆຕໍ່ພະນັກງານຜູ້ທີ່ຮອດກະສຽນຮັບເບ້ຍບຳນານ ແລະ ເພື່ອເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານຜູ້ທີ່ມີສ່ວນຮ່ວມເຂົ້າໃນການປະກອບສ່ວນກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ກໍ່ຄືກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ, ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພະນັກງານອາວຸໂສ ທີ່ເຖິງອາຍຸກະສຽນ ຮັບເບ້ຍບຳນານ ເຖິງວ່າເງີນຈຳນວນນີ້ຈະບໍ່ຫຼາຍ ແຕ່ກໍ່ເປັນສ່ວນໜື່ງຈາກຈິດໃຈຂອງຂັ້ນເທີງມອບໃຫ້ບັນດາສະຫາຍ ຍ້ອນເຫັນໄດ້ຄຸນງາມຄວາມດີ ທີ່ສະຫາຍໄດ້ປະກອບສ່ວນເຮັດການປະຕິວັດໃນໄລຍະຜ່ານ ແລະ ຈົ່ງນຳເງີນຈຳນວນດັ່ງກ່າວນີ້ ໄປສ້າງສາພັດທະນາແກ້ໄຂຊິວິດການເປັນຢູ່ຂອງຄອບຄົວໃຫ້ຮັ່ງມີເຕີບໃຫ່ຍເຂັ້ມແຂງ, ຕາມແນວທາງຂອງພັກ-ລັດວາງອອກ ໃຫ້ກາຍເປັນຄອບຄົວພັດທະນາ, ຄອບຄົວຕົວແບບ ແລະ ມີຄວາມຈະເລີນກ້າວໜ້າຂື້ນເລື້ອຍໆ.
Editor: ປກສ ແຂວງບໍລິຄຳໄຊ