ໃນກາງເດືອນມີນາ ຜ່ານມານີ້ ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ເມືອງໂພນທອງ ໄດ້ເປີດຊຸດອົບຮົມ ພັດທະນາສີມືແຮງງານປຸງແຕ່ງອາຫານ ແລະ ການບໍລິການ ໃຫ້ຜູ້ປະກອບການດ້ານການບໍລິການຢູ່ພາຍໃນເມືອງ ໂດຍເປັນປະທານຂອງ ທ່ານ ຄໍາພູນ ອຳພັນວິໄລ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີ ທ່ານ ຄໍາຜາຍ ແກ້ວລາວັນ ຮອງເລຂາພັກເມືອງ, ທ່ານ ຫຸມເພັງ ອິນດາລັກ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ພ້ອມດ້ວຍຫົວໜ້າ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງຕະຫຼອດຮອດສຳມະການກອນ ມາຈາກຮາກຖານບ້ານ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ຄໍາຜາຍ ແກ້ວລາວັນ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງກ່າວເປີດພິທີຊຸດຝຶກອົບຮົມວຽກງານ ຢ່າງເປັນທາງການ ໂດຍເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄ້ວາບົດຮຽນ ທັງພາກທິດສະດີ ແລະ ການປະຕິບັດຕົວຈີງໃຫ້ຫຼາຍ ເພື່ອນຳເອົາຄວາມຮູ້ ໄປໝູນໃຊ້ໃນການປະຕິບັດຕົວຈີງໃຫ້ໄດ້ຮັບຜົນດີ.
ພ້ອມດ່ຽວກັນນັ້ນ ທ່ານ ຫຸມເພັງ ອິນດາລັກ ໄດ້ມີຄໍາເຫັນເນັ້ນຫນັກ ໃຫ້ວິທະຍາກອນ ຈົ່ງຖ່າຍທອດບົດຮຽນມີປະສິດທິພາບສູງ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ການຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 7 ວັນ ນັບແຕ່ ວັນທີ 15-21 ມີນາຈິງຈະສໍາເລັດ.
Editor: ເມືອງໂພນທອງ