ຫລາຍຄັ້ງຜ່ານມາ ທີ່ພວກເຮົາສັງເກດເຫັນງານວາງສະແດງສິນຄ້າເຟີນິເຈີ ທີ່ຈັດຂື້ນເປັນປະຈຳ ຊຶ່່ງສິນຄ້າເຫລົ່ານັ້ນ ລ້ວນແລ້ວແຕ່ເກີດຈາກການນຳໃຊ້ວັດຖຸດິບ, ແຮງງານພາຍໃນປະເທດ ລວມໄປເຖິງຫົວຄິດປະດິດສ້າງຂອງ ຊ່າງສີມືຄົນລາວ ທີ່ອອກແບບລັງສັນຜົນງານອອກມາ ເພື່ອໃຫ້ເຂົ້າກັບຍຸກ ເຂົ້າກັບສະໄຫມໃຫມ່ ແລະ ກົງກັບຄວາມຕ້ອງການຂອງຜູ້ຊົມໃຊ້.
ງານວາງສະແດງເຟີນິເຈີວຽງຈັນ ຄັ້ງທີ 3 ປະຈຳປີ 2018 ທີ່ກຳລັງຈະະເປີດສາກຂື້ນໃນມໍ່ໆນີ້ ກໍ່ຈະເປັນບົດທົດສອບອີກທາງ ຂອງຜູ້ປະກອບການກ່ຽວກັບເຟີນິເຈີ້ຂອງລາວ ຜ່ານຕະຫລາດພາຍໃນ ເພື່ອໄຕ່ເຕົ້າສູ່ຕະຫລາດສາກົນ ປະຈຸບັນ ມີຜູ້ປະກອບການໄດ້ແຈ້ງເຈດຈຳນົງເຂົາຮ່ວມງານຫລາຍພໍສົມຄວນ ແລະ ພ້ອມແລ້ວທີ່ຈະນຳສິນຄ້າຂອງຕົນ ເຂົ້າມາວາງສະແດງ ແລະ ຈຳຫນ່າຍ ເພື່ອໃຫ້ຜູ້ມາທ່ຽວງານ ໄດ້ເລືອກຊື້ໄປຊົມໃຊ້ກັນ, ຊຶ່ງຕາມທີ່ສັງເກດເຫັນຜ່ານມາ ໃນສ່ວນຂອງລູກຄ້າກໍ່ຈະມີທັງພາຍໃນ ແລະ ຕ່າງປະເທດ ໂດຍສ່ວນໃຫຍ່ຈະແມ່ນລູກຄ້າຈາກຈີນ ແຕ່ວ່າເຂົາຈະໃຫ້ຄວາມສົນໃຈຫລາຍຫນ້ອຍພຽງໃດ ກໍ່ຕ້ອງຂື້ນກັບຄວາມສວຍງາມ ໄດ້ມາດຕະຖານຂອງຜະລິດຕະພັນ ແລະ ທີ່ສຳຄັນ ເມື່ອຊື້ໄປແລ້ວຕ້ອງນຳກັບປະເທດໄດ້.
ສິນຄ້າຈາກໂຮງງານ ເຄແອນບີ ເຟີນິເຈີ ທີ່ມີຜູ້ບໍລິຫານຫລາຍຄວາມສາມາດຢ່າງທ່ານ ກອງມາລາ ພົມມາໄລ ເປີດເຜີຍວ່າ: ງານແຕ່ລະຄັ້ງ ຜູ້ປະກອບການລາວໄດ້ບົດຮຽນອັນລໍ້າຄ່າທີ່ສຸດ ໂດຍສະເພາະແມ່ນການຮຽນຮູ້ ການ ດຳເນີນທຸລະກິດ ເອັສເອັມອີ, ການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ການວາງສະແດງສິນຄ້າໃຫ້ລູກຄ້າໄດ້ເຫັນ-ຈັບຕ້ອງ-ສໍາພັດ ລວມໄປເຖິງການແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ ລະຫວ່າງ ຜູ້ປະກອບການດ້ວຍກັນ. ບັນດາສິນຄ້າທີ່ເຂົ້າມາວາງສະແດງ ລ້ວນແລ້ວມີຄວາມໂດດເດັ່ນ ເປັນເອກະລັກຂອງລາວເຮົາ ໂດຍສະເພາະແມ່ນການນໍາໃຊ້ຫົວຄິດປະດິດສ້າງ ທີ່ເປັນມູນເຊື້ອ ເຂົ້າມາອອກແບບໃນສິນຄ້າ ເຊັ່ນ: ເຄື່ອງຫັດຖະກໍາຕ່າງໆ, ເຄື່ອງເງິນ,ເຟີນີເຈີ ເປັນຕົ້ນ.
ສ່ວນໂຮງງານ ເຄແອນບີ ເຟີນີເຈີ ກໍ່ພ້ອມທີ່ຈະສະເຫນີຄວາມສາມາດສີມືຂອງຄົນລາວ, ສິນຄ້າທີ່ມີຄຸນນະພາບທຽບເທົ່າສາກົນ, ເຊີ່ງສິນແຕ່ລະຢ່າງ ກໍ່ບົ່ງບອກພ້ອມທັງສື່ເຖິງວັດຖະນະທຳລາວ ປະສົມປະສານກັບສາກົນ ເປັນຕົ້ນແມ່ນ ນໍາໃຊ້ໄມ້ເນື້ອແຂງຄຸນນະພາບສູງມາຜະລິດ, ບໍ່ວ່າຈະເປັນ ຊຸດຮັບແຂກ, ຕູ້, ໂຕະ, ຕ່ຽງນອນໂຄມໄຟ ແລະ ສິນຄ້າຕົບແຕ່ງເຮືອນອື່ນໆຫລາຍຢ່າງ ດ້ວຍປະສົບການຫຼາຍກວ່າ 30 ປີ, ເຊິ່ງເປັນສິ່ງຢືນຢັນວ່າ ສິນຄ້າແຕ່ລະຢ່າງ ຂອງໂຮງງານ ເຄແອນບີ ເຟີນີເຈີ ມາດຕະຖານ ແລະ ເປັນທີ່ຍອມຮັບຈາກສາກົນ.
Editor: ຕະວັນ ແສງສະຫວັນ