ໃນວັນທີ 19 ມີນາ ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງພູຄູນ ແຂວງຫຼວງພະບາງ ໄດ້ເປີດຮຽນເອກະສານສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ໃນງວດທີ I ປີ 2018 ຢູ່ສະໂມສອນໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມຂອງສະຫາຍ ບົວລອຍ ຍາຍໄຊຍະວົງ ຫົວຫນ້າຄະນະຈັດຕັ້ງເມືອງ, ມີມະຫາຊົນຜູ້ກ້າວໜ້າຈາກບັນດາໜ່ວຍພັກ ຂະແຫນງການ-ອົງການອ້ອມຂ້າງເຂົ້າຮ່ວມ.
ການຮຽນເອກະສານສະໜັບສະໜູນຄັ້ງນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມຄະຕິ ແລະ ທາດແທ້ ຂອງ ພັກປະຊາຊົນ ປະຕິວັດລາວ ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພື້ນຖານຄວາມຮັບຮູ້ເຂົ້າໃຈ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງໃຫ້ແກ່ພັກປະຊາຊົນ ປະຕິວັດລາວ ນັບມື້ຫຼາຍຂຶ້ນ.
ໃນໂອກາດດັ່ງກ່າວສະຫາຍ ບົວລອຍ ຍາຍໄຊຍະວົງ ຫົວຫນ້າຄະນະຈັດຕັ້ງເມືອງ ໄດ້ໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ທີ່ເຂົ້າຮ່ວມໃນພິທີ ເຊິ່ງໄດ້ຮຽກຮ້ອງໃຫ້ມະຫາຊົນຜູ້ກ້າວໜ້າທີ່ໄດ້ຮຽນເອກະສານສະໜັບສະໜູນໃນຄັ້ງນີ້ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ ແລະ ມີເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວໃນຕໍ່ໜ້າ.
Editor: ນັກຂ່າວເມືອງພູຄູນ