ໃນວັນທີ 16 ມີນາ 2018 ນີ້. ເພື່ອເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ-ຂອງພັກ ໃຫ້ມີຄວາມຫມາຍຄວາມສຳຄັນ ແລະ ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ.
ດັ່ງນັ້ນ, ອ້າຍນ້ອງພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກໍ່ໄດ້ຮ່ວມແຮງລວມຮ່ວມແຮງຮ່ວມໃຈສາມັກຄີກັນ ອອກແຮງງານ ອະນາໄມ, ຖາງຫຍ້າ ແລະ ມັດທຸງທີວ ຕາມຈຸດສຳຄັນຕ່າງໆ ໃນຂອບເຂດຮັບຜິດຊອບຕາມເສັ້ນທາງ ອາສາມ R3 ແລະ ຈຸດຂອບເຂດອ້ອມຂ້າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽບຮ້ອຍ.
ທັງນີ້ ກໍ່ເພື່ອຕ້ອນຮັບວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ ( 28 ມີນາ 1983-28 ມີນາ 2018 ), ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 05 ເມສາ 1961-05 ເມສາ 2018 ), ງານບຸນປະເພນີປີໃໝ່ລາວ ແລະ ວັນສໍາຄັນຄັນຕ່າງໆ ທີ່ຈະມາຈະມາເຖິງນີ້.
Editor: ແຂວງບໍ່ແກ້ວ