ໃນຕອນເຊົ້າຂອງວັນທີ 15 ມີນາ 2018 ຢູ່ທີ່ສູນການສຶກສາ ນອກໂຮງຮຽນ, ເມືອງວຽງທອງແຂວງ ບໍລິຄໍາໄຊ ໄດ້ມີພິທີປີດ ການຮຽນ-ການສອນວິຊາຊີບ ( ຂະແໜງຕັດຫຍິບ) ຊຸດທີ I ຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ວຽງທອງ, ມີຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ, ແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ທ່ານ ອາຈານ ສີສົມພອນ ແກ້ວວົງວິຈິດ, ຜູ້ອໍານວຍການສູນສຶກສາ ນອກໂຮງຮຽນ ເມືອງ ວຽງທອງ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະ 3 ເດືອນຜ່ານມາ ຊຶ່ງປະກອບມີນັກຮຽນຫມົດ 5 ຄົນ, ຍີງ 5 ຄົນ ເຊີ່ງໄດ້ເອົາໃຈໃສ່ຮຽນຮູ້ການນຳໃຊ້ອຸປະກອນ, ການແຕ້ມແບບພ້ອມຕັດໂສ້ງ-ເສື້ອ, ແລະ ຫຍີບຂັ້ນຟື້ນຖານ ເມື່ອຈົບແລ້ວສາມາດນໍາໃຊ້ຕັດຫຍີບເປັນເລີຍ ຊຶ່ງຜ່ານການຮຽນ-ການສອນ ເຫັນວ່ານັກຮຽນ ມີຄວາມເຂົ້າໃຈ-ຮັບຮູ້ບົດຮຽນເປັນຢ່າງດີ ແລະ ສາມາດປະຕິບັດໄດ້ຈິງ.
ສະນັ້ນ ຈຶ່ງໄດ້ມີພິທີມອບໃບຢັ້ງຢືນໃຫ້ນັກຮຽນ ໂດຍການໃຫ້ກຽດມອບໃບຢັ້ງຢືນພ້ອມທັງໃຫ້ທິດຊີ້ນຳໂອ້ລົມຂອງ ທ່ານ ອາລຸຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຊຶ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູ-ອາຈານ ແລະ ນັກຮຽນທີ່ຮຽນຈົບ ຈົ່ງນຳເອົາຄວາມຮູ້ທີ່ຮຽນມາໄປຫມູນໃຊ້ປະກອບອາຊີບຂອງຕົນ ໃນການທຳມາຫາກີນ ໃຫ້ຕົນເອງມີລາຍຮັບ ເພື່ອໃຫ້ຊິວີດດີຂຶ້ນເທື່ອລະກ້າວ.
Editor: ເມືອງວຽງທອງ