ໃນເມື່ອບໍ່ດົນນີ້ ສະຫະພັນແມ່ຍິງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຖືກຮັບຮອງເປັນເມືອງ ສະຫະພັນແມ່ຍິງ 3 ດີ ໄລຍະ I ປີ 2015-2017 ຢ່າງເປັນທາງການ ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ, ໂດຍການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງອາດສະພັງທອງ, ມີທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ທະຫານ, ຕໍາຫຼວດ, ສະຫະພັນແມ່ຍິງບ້ານໜ່ວຍ, ຮາກຖານສະຫະພັນແມ່ຍິງໃນທົ່ວເມືອງເຂົ້າຮ່ວມ.
ໂດຍອີງຕາມຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ ວ່າດ້ວຍການຮັບຮອງເອົາສະຫະພັນຍິງເມືອງອາດສະພັງທອງ ເປັນສະຫະພັນແມ່ຍິງເມືອງ 3 ດີ ໄລຍະ I ປີ 2015-2017, ອີງຕາມເອກະສານແນະນໍາ ຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 335/ສສຍລ ກ່ຽວກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະພັນແມ່ຍິງລາວ (2016-2020) ແລະ ອີງຕາມຜົນງານຕົວຈິງຂອງສະຫະພັນແມ່ຍິງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ I ປີ 2015-2017.
ຈາກນັ້ນ ໃນພິທີກໍ່ໄດ້ມີການມອບໃບຮັບຮອງເປັນເມືອງ ສະຫະພັນແມ່ຍິງ 3 ດີ ເຊິ່ງໃຫ້ກຽດມອບໂດຍ ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ ພ້ອມດຽວກັນນັ້ນ; ກໍ່ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສະຫະພັນແມ່ຍິງບ້ານ, ໜ່ວຍຮາກຖານສະຫະພັນແມ່ຍິງໃນທົ່ວເມືອງ ແລະ ຍັງໄດ້ມອບໃບຍ້ອງຍໍສັນລະເສີນ ໃຫ້ແກ່ບັນດາບຸກຄົນກົມກອງລວມໝູ່ທີ່ມີຜົນ ງານດີເດັ່ນ ແລະ ມີຄຸນງາມຄວາມດີໃນໄລຍະຜ່ານມາຕື່ມອີກດ້ວຍ.
Editor: ເມືອງອາດສະພັງທອງ