ພິທີເປີດນໍາໃຊ້ບໍລິການ Yes Play ຂອງທະນາຄານ ຮ່ວມພັດທະນາ ຫລື JDB ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2018 ຜ່ານມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອໍານວຍການໃຫຍ່ ທະນາ ຄານຮ່ວມພັດທະນາ, ມີຮອງຜູ້ອໍານວຍການໃຫຍ່ ແລະ ຄະນະຜູ້ບໍລິຫານລະດັບສູງ, ພະນັກງານ ທະນາຄານຮ່ວມພັດທະນາ ແລະ ສື່ມວນຊົນເຂົ້າຮ່ວມ.
ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງທະນາຄານ ຮ່ວມພັດທະນາ ສາມາດຊໍາລະສິນຄ້າດ້ວຍ QR Code ໃນ JDB Yes ເຊິ່ງເອີ້ນຜະລິດຕະພັນນີ້ ວ່າ: ‘’Yes Play’’ ຜ່ານມືຖືສະມາດໂຟນ ໂດຍບໍ່ໄດ້ພົກພາເງິນສົດ. Yes Play ເປັນຜະລິດຕະພັນໃໝ່ ຂອງທະນາຄານຮ່ວມພັດທະນາ ທີ່ມີຄວາມທັນສະໄໝ ໄດ້ມາດຕະຖານສາກົນ, ເຮັດໃຫ້ລູກຄ້າໄດ້ຮັບຜົນປະໂຫຍດສູງ, ສະດວກສະບາຍໃນການຊຳລະສະສາງສິນຄ້າ, ໃຊ້ໄດ້ຕະຫຼອດ 24 ຊົ່ວໂມງ, ບໍ່ຈຳເປັນເຂົ້າມາທະນາຄານ, ບໍ່ຈຳເປັນພົກພາເງິນສົດ, ປຽບເໝືອນທະນາຄານຢູ່ໃນມືຖືຂອງທ່ານ. Yes Play ໝາຍເຖິງການໃຫ້ບໍລິການ ຊໍາລະຄ່າສິນຄ້າ ດ້ວຍ QR Code ເຊິ່ງຕັດເງິນຈາກບັນຊີຜູ້ຊໍາລະ ໂອນເງິນເຂົ້າບັນຊີຮ້ານຄ້າ (ຜູ້ຊໍາລະ) ສະດວກວ່ອງໄວແບບທັນທີ, ເປັນແຟຊັ້ນໜຶ່ງໃນ Mobile banking ຫຼື ‘’JDB Yes’’ ການຊໍາລະສິນຄ້າຕ້ອງແມ່ນເງິນສະກຸນເງິນດຽວກັນເທົ່ານັ້ນ ເຊັ່ນ: ບັນຊີເງິນກີບ ຫາ ບັນຊີເງິນກີບ, ບັນຊີເງິນບາດ ຫາ ບັນຊີເງິນບາດ, ບັນຊີເງິນໂດລາ ຫາ ບັນຊີເງິນໂດລາ. ຍອດຊໍາລະສະສົມບໍ່ເກີນ 5 ລ້ານກີບ ພາຍໃນເດືອນແມ່ນບໍ່ເສຍຄ່າທໍານຽມ.
(ເປັນໂປໂມຊັ້ນພິເສດ), ຍອດຊໍາລະສະສົມເກີນ 5 ລ້ານກີບ ພາຍໃນເດືອນ ແມ່ນເສຍຄ່າທໍານຽມ ຄັ້ງລະ 2 ພັນກີບ. ທະນາຄານຮ່ວມພັດທະນາ ເປັນທະນາຄານທີ່ທັນສະໄໝ ໄດ້ມາດຕະຖານສາກົນ ໄດ້ຮັບໃບຢັ້ງຢືນ ISO 9001:2015 ໃນດ້ານການບໍລິການໃນປີທີ່ຜ່ານມາ ແລະ ກຳລັງພັດທະນາໃຫ້ກາຍເປັນ ທະນາຄານທີ່ໃຊ້ລະບົບ Digital ເທື່ອລະກ້າວ.
Editor: ດາວໄຊ ສີວິໄລ