ສປປ ລາວ ກຽມຈັດງານສະເຫລີມສະຫລອງ ວັນໄມ້ໂລກ ໃນລະຫວ່າງ ວັນທີ 29-31 ມີນາ 2018 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນ ຫລວງວຽງຈັນ. ພາຍໃຕ້ຄໍາຂວັນ “ໄມ້ເພື່ອຊີວິດ ຫລື LIVE”, ໂດຍລາວ ໄດ້ເປັນເຈົ້າພາບຮ່ວມກັບ 4 ປະເທດ ຕິດຕໍ່ກັນ ຄື: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ແຂວງ ກວາງຊີ ສປ.ຈີນ ຕາມລໍາດັບ, ໂດຍຄາດວ່າ ຈະມີຫລາຍກວ່າ 40 ປະເທດ ມາເຂົ້າຮ່ວມ. ງານຄັ້ງນີ້, ຖືເປັນໂອກາດດີ ເພື່ອເຜີຍແຜ່ຮີດຄອງ ປະເພນີອັນດີງາມຂອງຊາດ ທີ່ຕິດພັນກັບປ່າໄມ້ ແລະ ໄມ້, ພ້ອມດຽວກັນ ຍັງເປັນການໂຄສະນາສົ່ງເສີມ ປີທ່ອງທ່ຽວລາວ 2018 ຕື່ມອີກ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວໃນວັນທີ 19 ມີນາ 2018 ໃຫ້ຮູ້ວ່າ: ງານສະເຫລີມຫລອງ ວັນໄມ້ໂລກ ແມ່ນຈະໄດ້ມີຂຶ້ນ ໃນວັນທີ 21 ມີນາຂອງທຸກປີ. ສໍາລັບຄັ້ງນີ້, ໄດ້ຈັດຂຶ້ນ ເປັນປີທີ 6, ຄັ້ງທໍາອິດ ໄດ້ຈັດຂຶ້ນໃນ ປີ 2013 ທີ່ປະເທດ ທັນຊາເນັຍ, ປີ 2014 ທີ ສປ.ຈີນ, ປີ 2015 ທີ່ປະເທດ ເຕີກກີ, ປີ 2016 ທີ່ປະເທດ ເນປານ ແລະ ປີ 2017 ຜ່ານມາຈັດຂຶ້ນ ຢູ່ທີ່ ປະເທດສະຫະລັດອາເມລິກາ. ສໍາລັບປີ 2018 ສປປ ລາວ ຈະໄດ້ຮ່ວມກັບ 4 ປະເທດເປັນເຈົ້າພາບຈັດງານຕິດຕໍ່ກັນ. ໃນນັ້ນ, ພາຍໃນງານກໍຈະມີຫລາກຫລາຍກິດຈະກໍາ ເຊັ່ນ: ການວາງສະແດງ ຜະລິດຕະພັນໄມ້ ຈາກແຕ່ລະປະເທດ ທີ່ເຂົ້າຮ່ວມ, ງານແກະສະລັກລວມໝູ່ ຢູ່ກັບທີ່, ສີ່ວໄມ້, ການສະແດງ ເຄື່ອງດົນຕີສິລະປະພື້ນເມືອງ, ວັດທະນະທໍາ ທີ່ເຮັດດ້ວຍໄມ້, ໄປທ່ອງທ່ຽວຊົມສະຖານກ້າເບ້ຍໄມ້ ເຂດນໍ້າຊ່ວງ ແລະ ອື່ນໆ.
ທ່ານລັດຖະມົນຕີ ກ່າວຕື່ມວ່າ: ຜ່ານມາ ພັກ ແລະ ລັດ ໄດ້ເອົາໃຈໃສ່ ຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້ ແບບຍືນຍົງ, ໂດຍໄດ້ກໍານົດ ແນວທາງນະໂຍບາຍ ແລະ ຍຸດທະສາດ ທີ່ແທດເໝາະ ແລະ ສອດຄ່ອງ ໃນແຕ່ລະໄລຍະ ເພື່ອເຮັດໃຫ້ປ່າໄມ້ ໃນທົ່ວປະເທດມີຄວາມປົກຫຸ້ມໃຫ້ໄດ້ 70% ໃນປີ 2020. ດັ່ງທີ່ຮູ້ດີແລ້ວວ່າ ປ່າໄມ້ເປັນຊັບພະະຍາກອນ ອັນລໍ້າຄ້າຂອງຊາດ ໃນການພັດທະນາເສດຖະກິດ-ສັງຄົມ, ລືບລ້າງ ຄວາມທຸກຍາກ ແລະ ຄໍ້າປະກັນ ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະ ໃນເຂດຊົນນະບົດ ຫ່າງໄກສອກຫລີກ. ໃນໂອກາດນີ້, ທ່ານລັດຖະມົນຕີ ໃນນາມຕາງໜ້າ ໃຫ້ລັດຖະບານຂໍຖືໂອກາດນີ້ ເຊີນຊວນ ແລະ ຮຽກຮ້ອງ ມາຍັງທົ່ວພັກ-ລັດ, ທົ່ວປວງຊົນລາວ ທັງຊາດຕະຫລອດ ຮອດອົງການຈັດຕັ້ງສາກົນຕ່າງໆ ທີ່ປະຈໍາ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າພາບເຂົ້າຮ່ວມ ສະເຫລີມສະຫລອງວັນດັ່ງກ່າວ ໃນຄັ້ງນີ້, ໃຫ້ເປັນຂະບວນຟົດຟື້ນ ມີຄວາມເປັນລະບຽບຮຽບຮ້ອຍ ທັງຮັບປະກັນໄດ້ ຄວາມສະຫງົບປອດໄພ.
Editor: ຂ່າວສານປະເທດລາວ