ໃນວັນທີ 16 ມີນາ ນີ້, ຢູ່ສະໂມສອນຂອງເມືອງໂພນທອງ ໄດ້ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວ ປະຈໍາປີ 2017 ແລະແຜນການ ປີ 2018 ໂດຍມີ ທ່ານ ເອິງ ລໍສະຫວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງໂພນທອງ, ທ່ານ ອໍາຄາ ແກ້ວອຳພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍແຂກຮັບເຊີນ ຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະ ກິລາໃນທົ່ວເມືອງໂພນທອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານສຶກສາ ແລະ ກິລາທ້າຍປີ 2017 ແລະ ແຜນພັດທະນາການສຶກສາ ປະຈໍາປີ 2018, ໂດຍ ທ່ານ ສົມແພດ ພົມມະຈັນ ຮອງຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ, ທົ່ວເມືອງໂພນທອງມີໂຮງຮຽນລ້ຽງເດັກ 1 ແຫ່ງ, ອານຸບານ 9 ແຫ່ງ, ຫ້ອງກຽມປະຖົມ 22 ແຫ່ງ, ໂຮງຮຽນປະຖົມສຶກສາ 41 ແຫ່ງ, ໃນນີ້ ໂຮງຮຽນປະຖົມສົມບູນ 41 ແຫ່ງ, ກວມເອົາ 94,40%, ມີຫ້ອງຮຽນທັງໝົດ 119 ຫ້ອງ, ຫ້ອງຄວບ 67 ຫ້ອງ, ມີໂຮງຮຽນມັດທະຍົມ 5 ແຫ່ງ, ອັດຕາການເຂົ້າຮຽນຂອງເດັກອາຍຸ 0-2 ປີ ບັນລຸໄດ້ 2,42%, ທຽບໃສ່ປີຜ່ານມາຫຼຸດລົງ 2,58%, ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ບັນລຸໄດ້ 48,78%, ທຽບໃສ່ປີຜ່ານມາຫຼຸດລົງ 0,52%, ອັດຕາເຂົ້າຮຽນໃໝ່ ຊັ້ນປໍ1 ບັນລຸໄດ້ 94,40%, ທຽບໃສ່ປີຜ່ານມາລຸດລົງ 0,23%, ອັດຕາເຂົ້າຮຽນສຸດທິ ຊັ້ນ ປໍ1 ບັນລຸໄດ້ 97,92%, ທຽບໃສ່ປີຜ່ານມາເພີ້ມຂື້ນ 2,28%, ອັດຕາເຂົ້າຮຽນຊັ້ນປະຖົມ ປໍ1-ປໍ5 ປະຕິບັດໄດ້ 94,50%, ທຽບໃສ່ປີຜ່ານມາລຸດລົງ 0,64%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ປໍ1-ປໍ5 ປະຕິບັດໄດ້ 99,58%, ທຽບໃສ່ປີຜ່ານມາເພີ້ມຂື້ນ 5,09%, ອັດຕາເລື່ອນຊັ້ນ-ຈົບຊັ້ນ ປະຕິບັດໄດ້ 95,2%, ທຽບໃສ່ປີຜ່ານມາເພີ້ມຂື້ນ 2,08%, ອັດຕາເຂົ້າຮຽນມັດທະຍົມຕົ້ນ ປະຕິບັດໄດ້ 78,83% ທຽບໃສ່ປີຜ່ານມາລຸດລົງ 7,34%, ອັດຕາເລື່ອນຊັ້ນ-ຈົບຊັ້ນ ປະຕິບັດໄດ້ 99%, ທຽບໃສ່ປີຜ່ານມາເພີ້ມຂື້ນ 8,50%, ອັດຕາເຂົ້າຮຽນມັດທະຍົມປາຍ ປະຕິບັດໄດ້ 63,30%, ທຽບໃສ່ປີຜ່ານມາລຸດລົງ 1,07%, ອັດຕາເລື່ອນຊັ້ນ-ຈົບຊັ້ນ ປະຕິບັດໄດ້ 100%, ທຽບໃສ່ປີຜ່ານມາເພີ້ມຂື້ນ 3,71%.
ໂອກາດນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານສຶກສາ ແລະ ກິລາປະຈຳທ້າຍປີ 2017 ແລະ ແຜນພັດທະນາການສຶກສາ 6 ເດືອນຕົ້ນປີ 2018 ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂບັນຫາຄົງຄ້າງໃຫ້ສຳເລັດ. ກອງປະຊຸມຜູ້ບໍລິຫານການສຶກສາທິການ ແລະ ກິລາທົ່ວເມືອງໂພນທອງ ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຈິ່ງສຳເລັດ.
Editor: ເມືອງວຽງທອງ