ໂດຍປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 36/ນຍ ລົງວັນທີ 12 ສິງຫາ 2014 ວ່າດ້ວຍການເພີ່ມທະວີການຄວບຄຸມສະກັດກັ້ນຢາເສບຕິດໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ໃນລະຫວ່າງ ວັນທີ 13 -15 ມີນາ 2018 ນີ້ ທິມງານໂຄສານາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍລິຄໍາໄຊ ນໍາໂດຍທ່ານ ຮ້ອຍເອກ ນາງ ພວງເພັດ ວໍລະວົງ ຮອງຫົວພະແນກກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະ. ໄດ້ລົງເຜີຍແຜ່ເຊື່ອມຊືມຜົນຮ້າຍຂອງຢາເສບຕິດໃຫ້ ໂຮງຮຽນ ມ.ສ ນະຄອນໄຊ, ມ.ສ ຄໍາມ່ວນ ເມືອງຄໍາເກີດ, ມ.ສ ຈອມທອງ , ມ.ສ ວຽງທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ເພື່ອໃຫ້ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນຈວງ ເທບພະວົງ ຕ່າງໜ້າຫ້ອງການສືກສາເມືອງຄໍາເກີດ, ມີບັນດາ ຄູອາຈານ ແລະ ນ້ອງນັກຮຽນທັງ 4 ໂຮງຮຽນ ຈໍານວນ 3000 ກວ່າຄົນ ເຂົ້າຮ່ວມ.
ການລົງເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃນຄັ້ງນີ້ ໄດ້ນໍາເອົາເອກະສານທີ່ສໍາຄັນຫຼາຍເອກະສານມາເຜີຍແຜ່ເຊື່ອມຊືມ ເຊັ່ນ: ກົດໝາຍວ່າດ້ວຍຢາເສບຕິດ, ເອກະສານຄວາມຮູ້ພື້ນກ່ຽວກັບຢາເສບຕິດ, ມາດຕາ 146 ຂອງກົດໝາຍອາຍາ ແລະ ເອກະສານສຳຄັນຕ່າງໆ. ນອກນັ້ນ; ຍັງໄດ້ຍົກໃຫ້ເຫັນຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ເນື່ອງຈາກວ່າ: ບັນຫາຢາເສບຕິດໃນປັດຈຸບັນ ຄື ສາເຫດຕົ້ນຕໍທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນກໍ່ແມ່ນບັນຫາຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ລັກຊັບພົນລະເມືອງ, ການທໍາຮ້າຍຮ່າງກາຍ ແລະ ບັນຫາຄາດຕະກໍາຕ່າງໆ ທີ່ສົ່ງຜົນກະທົບຕໍ່ລະບອບການເມືອງ, ເສດຖະກິດ , ວັດທະນາທໍາ-ສັງຄົມ ຂອງປະເທດເຮົາ .ຈາກນັ້ນ ທ່ານ ຮ້ອຍໂທ ສອນທະນູ ພຸດທະວົງໄຊ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກໍ່ໄດ້ບັນລະຍາຍເຜີຍແຜ່ ບັນດາເອກະສານຕ່າງໆກ່ຽວກັບ ກົດ ໝາຍ ແລະ ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດທຸກຊະນິດ ແລະ ທ່ານ ຍັງໄດ້ກ່າວອີກວ່າ: ດ້ວຍຄວາມເປັນຫ່ວງເປັນໃຍຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍລິຄໍາໄຊ ທີ່ມີຕໍ່ໄວໜຸ່ມ-ຊາວໜຸ່ມ, ກໍ່ຄືນ້ອງນັກຮຽນ ທີ່ຈະເປັນອະນາຄົດຂອງຊາດ ຈື່ງໄດ້ນໍາເອົາບັນດາເອກະສານທີ່ສໍາຄັນລົງມາເຜີຍແຜ່ເຊື່ອມຊືມບັນຫາຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ ໃຫ້ບັນດານ້ອງນັກຮຽນທັງ 4 ໂຮງຮຽນດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈ, ເມື່ອຕົກເປັນທາດຂອງຢາເສບຕິດແລ້ວ ຜູ້ເສບຈະມີຮ່າງກາຍຈ່ອຍຜ່ອມ, ຊຸດໂຊມສຸຂະພາບອ່ອນແອ ແລະ ມີພະຍາດແຊກຊ້ອນໄດ້ງ່າຍ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ລະບົບປະສາດຫຼອນ , ຄວບຄຸມຕົນເອງບໍ່ໄດ້ ຈົນເຖີງຂັ້ນທຳຮ້າຍຮ່າງກາຍຕົນເອງ ແລະ ບຸກຄົນອື່ນທີ່ຂວາງໜ້າ. ນອກນັ້ນ,ຍັງເປັນສາເຫດກໍ່ໃຫ້ເກີດມີການ ລັກຊັບ , ປຸ້ນຊັບ ແລະ ບັນຫາຄາດຕະກໍາອື່ນໆ ທີ່ແຜ່ລະບາດຫຼາຍໃນທົ່ວສັງຄົມ. ພາຍຫຼັງເຜີຍແຜ່ເອກະສານແລ້ວ ຍັງໄດ້ສ້າງກິດຈະກໍາຖາມ-ຕອບ ເພື່ອຢັ້ງຄືນຄວາມຮັບຮູ້ຂອງນ້ອງນັກຮຽນຕໍ່ການລົງມາເຜີຍແຜ່ໃນຄັ້ງນີ້ ແລະ ເພື່ອເຮັດໃຫ້ບັນດານ້ອງນັກຮຽນທີ່ເຂົ້າຮ່ວມຮັບຟັງ ໄດ້ນໍາເອົາໄປເປັນຄວາມຮູ້ໃນການດຳລົງຊີວິດປະຈໍາວັນໃຫ້ຖືກຕ້ອງສອດຄ່ອງ ແລະ ບໍ່ຕົກເປັນທາດຂອງຢາເສບຕິດ.
Editor: ປກສ ແຂວງບໍລິຄຳໄຊ