ໃນວັນທີ 19 ມີນາ 2018 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມງານເປີດບໍລິການ ສູນການຄ້າທົ່ງຂັນຄຳ, ມີຮອງເຈົ້າຄອງນະຄອນຫລວງ, ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ຫົວໜ້າກົມ, ເຈົ້າເມືອງຈັນທະບູລີ, ປະທານບໍລິສັດ ລາວເວີນ ມະຫາຊົນ, ນາຍບ້ານພາຍໃນເມືອງຈັນທະບູລີ ແລະ ພໍ່ຄ້າຊາວຂາຍເຂົ້າຮ່ວມ.
ສູນການຄ້າທົ່ງຂັນຄໍາ ໄດ້ເລີ່ມມີການກໍ່ສ້າງໃນວັນທີ 15 ມັງກອນ 2015 ໂດຍມີມູນຄ່າກໍ່ສ້າງ 105.098.956.200 ກີບ(ຫນຶ່ງຮ້ອຍຫ້າສິບຕື້ ເກົ້າສິບແປດລ້ານ ເກົ້າຮ້ອຍຫ້າສິບຫົກພັນ ສອງຮ້ອຍກີບ) ເພື່ອສ້າງເປັນສູນການຄ້າຄົບວົງຈອນ ແລະ ທັນສະໄໝ ເຊິ່ງປະກອບດ້ວຍ 3 ພື້ນທີ່ໃຫຍ່ ຄື: ອາຄານທົ່ງຂັນຄຳ ມໍ ເຊິ່ງມີທັງໝົດ 40.992 ຕາແມັດ. ອາຄານ ພານິດ ປະກອບດ້ວຍ 4 ຕຶກ ເຊິ່ງມີເນື້ອທີ່ທັງໝົດ 13.824 ຕາແມັດ ແລະ ອາຄານຕະຫຼາດສົດ ມີເນື້ອທີ່ ທັງໝົດ 1,989 ຕາແມັດ. ໂດຍມີຈຸດປະສົງໃຫ້ເປັນແຫຼ່ງລວມສິນຄ້າທີ່ຕັ້ງຢູ່ໃຈກາງເມືອງ ເພື່ອຕອບສະໜອງຄວາມຕ້ອງການຂອງຄົວເຮືອນ ຢ່າງຄົບຊຸດເຊິ່ງລວມມີທັງຮ້ານຄ້າ, ສູນອາຫານ, ຊຸບເປີມາເກັດ ແລະ ຕະຫຼາດສົດ ເຊິ່ງເປີດໃຫ້ບໍລິການທຸກມື້ ເວລາ 9:00 ໂມງ ຫາ 21:00 ໂມງ. ຊຶ່ງໃນງານເປີດບໍລິການ ສູນການຄ້າທົ່ງຂັນຄໍາ ຍັງມີກິດຈະກໍາສອນເຮັດອາຫານນາໆຊາດ ແລະ ຫຼິ້ນກິດຈະກຳແຈກຂອງລາງວັນ ທີ່ລູກຄ້າສາມາດເຂົ້າຮ່ວມມ່ວນຊື່ນໄດ້ທຸກໆມື້ ຈົນເຖິງວັນທີ 25 ມີນານີ້.
Editor: ດາວໄຊ ສີວິໄລ