ບຸນປີໃຫມ່ລາວ ຖືວ່າເປັນບຸນທີ່ມີຄວາມສໍາຄັນຫລາຍ ສໍາລັບພີ່ນ້ອງຄົນລາວ, ເຊີ່ງຍັບໝໍ່ໃກ້ເຂົ້າມາ ພາຍໃນ ທິດ-ສອງທິດຂ້າງຫນ້ານີ້. ສໍາລັບແຂວງຫລວງພະບາງ ເມືອງມໍລະດົກໂລກ ແມ່ນໄດ້ກະກຽມສະເຫລີມສະຫນອງຢ່າງຍີ່ງໃຫຍ່ ເພື່ອຕ້ອນຮັບປີທ່ອງທ່ຽວ 2018 ໂດຍມີຫລາຍກິດຈະກໍາທີ່ຫນ້າສົນໃຈ ແລະ ຍັງກຽມພ້ອມ ທາງດ້ານທີ່ພັກ ຫລາຍກວ່າ 400 ແຫ່ງ ເພື່ອສາມາດຮອງຮັບນັກທ່ອງທ່ຽວ ທີ່ຈະເດີນທາງມາທ່ອງທ່ຽວ ໄດ້ຢ່າງພຽງພໍ.
ທ່ານ ວົງດາວອນ ວົງໄຊຍະລາດ ຫົວຫນ້າຂະແຫນງໂຄສະນາການທ່ອງທ່ຽວ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເປີດເຜີຍເຖິງລາຍລະອຽດງານບຸນປີໃຫມ່ລາວ ຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ບຸນປີໃຫມ່ ຫລວງພະບາງ ປີນີ້ ຈະເລີ່ມ ແຕ່ວັນທີ 11-20 ເມສາ 2018 ເລີ່ມຕົ້ນມີການປະກວດຄັດເລຶອດນັກສາວ ທີ່ມາເປັນນາງສັງຂານ ປະຈໍາປີ ພສ 2561,
ສ່ວນວັນທີ 13 ເມສາ ແມ່ນມີພິທີແຫ່ຊ້າງຮຽງເກີຍ ຈາກເດີນທາດ ໄປຫາວັດໃຫມ່ ສຸວັນນະພູມມາຣາມ ແລະ ວັດຊຽງທອງ, ຫລັງຈາກນັ້ນ ຈະມີງານເປີດຕະຫລາດນັດ ຫັດຖະກໍາສີມືຂອງປະຊາຊົນ ທີ່ເປັນເອກະລັກຫລວງພະບາງ, ພ້ອມງານເທດສະການອາຫານລາວ.
ສໍາລັບວັນທີ 14 ເມສາ ແມ່ນຈະມີການໂລະລາດ ແບບມວນຊົນ ຈຸດເລີ່ມແຕ່ 3 ແຍກບ້ານຈຸ້ມຄ້ອງ ຫາ 3 ແຍກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ຊົມມການວາງສະແດງຜະລິດຕະພັນສິນຄ້າພາຍໃນ ແລະ ຕ່າງປະເທດ. ຈາກນັ້ນຈະໄດ້ມີການອັນເຊີນອາລາດທະນາ ພະພຸດທະຮູບລົງຫົດສົງ ຢູ່ຕາມວັດຕ່າງໆ ພາຍໃນເມືອງຫລວງພະບາງ, ຕົບພະທາດຊາຍ ທີ່ຫາດຊາຍມຸງຄຸນ, ການບູຊາພະທາດຊາຍ, ການບາສີ, ການສະແດງສິລະປະ-ວັນນະຄະດີ. ການແຂ່ງຂັນກິລາພື່ນເມືອງ, ການຈຸດບັ້ງໄຟຫາງ. ທ່ຽວຊົມສະຖານທີ່ທ່ອງທ່ຽວ ເມືອງຈອມເພັດ, ການຫົດສົງນໍ້າພະ ຕາມວັດຕ່າງໆ ແລະ ຍັງຈະມີ ພິທີປະກາດແຕ່ງຕັ້ງເມືອງຫລວງພະບາງ ເປັນນະຄອນ ຫລວງພະບາງ.
ສ່ວນວັນທີ 15 ເມສາ ມີການທ່ຽວຊົມບ້ານວັດທະນະທໍາຜານົມ, ຊົມສະແດງສິລະປະວັນນະຄະດີ ທີ່ເປັນເອກະລັກຂອງຊົນເຜົ່າລື, ການບາສີສູ່ຂວັນແກ່ບັນດາການນໍາ ຫລັງຈາກນັນ ມີການສະເຫລີມສະຫລອງປີທ່ອງທ່ຽວລາວ ທີ່ແຂວງຫລວງພະບາງ ຢູ່ທີ່ດ້ານຫນ້າພິພິທະພັນ, ມີການແຫ່ຂະບວນຫວໍ່ ໄປຕາມຖະຫນົນ ສີສະຫວ່າງວົງ, ນັບແຕ່ວັດທາດນ້ອຍ ຫາ ວັດຊໜງທອງ ພ້ອມທັງຫົດສົງນໍ້າພະ ເພື່ອຄວາມເປັນສີລິມຸງຄຸນ ຕາມວັດຕ່າງໆ.
ສໍາລັບວັນທີ 16 ເມສາ ມີພິທີໃສ່ບາດ ຢູ່ດ້ານຫນ້າວັດແສນ ແລະ ຂື້ນບູຊາພະທາດພູສີ ຊົມຂະບວນແຫ່ຫວໍ່ ຢູ່ຕາມເສັ້ນທາງ ສິສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຊົມຂະບວນແຫ່ ພະຍານາກ, ໂຄມໄພ ແຕ່ວັດທາດຈອມສີ ລົງມາ ສູ່ພິພິທະພັນ ( ພະລາດຊະວັງເກົາ) ຊົມການສະແດງພະລັກ-ພະລາມ, ຟ້ອນຍັກ-ຟ້ອນລິງ ແລະ ຟ້ອນນາງແກ້ວ.
ວັນທີ 17 ເມສາ ມີພິທີລາດທະນາອັນເຊີນພະບາງ ຈາກຫໍພະບາງ ລົງມາປະດິດສະຖານໄວ້ວັດໃຫມ່ສຸວັນນະພູມ ມາຣາມ ພ້ອມທັງຈັດພິທີຫົດສົງ ຫລັງຈາກນັນ ຄະນະການນໍາ ຂັ້ນຕ່າງໆ ແລະ ນາງສັງຂານ ທັງ 7 ຈະໄດ້ຫົດສົງພະພຸດທະຮູບ ຢູ່ຖໍ້າຕິ່ງ ຕາມຮິດຄອງປະເພນີ.
ສ່ວນວັນທີ 18-19 ເມສາ ຫລີນນໍ້າ ແລະ ທ່ອງທ່ຽວສະຖານທີ່ຕ່າງໆ ແລະ ວັນທີ 20 ເມສາ ແມ່ນ ໄດ້ລາດທະນາອັນເຊີນ ພະບາງ ຈາກວັດໃຫມ່ ສຸວັນນະພູມ ມາຣາມ ກັບຄືນສູ່ຫໍພະບາງ
Editor: ກຳປານາດ ລັດຖະເຮົ້າ