ທ້າຍເດືອນມີນາ 2018 ນີ້, ຄະນະຫ້ອງການແນວລາວສ້າງຊາດ ເມືອງຄໍາ ພ້ອມດ້ວຍທີມງານ ໄດ້ຕາງໜ້ານຳເອົາເຄື່ອງຊ່ວຍເຫຼືອຂອງທ່ານນາງ ບຸນເພັງ ມູນໂພໄຊ ອາດີດກຳມະການສູນກາງພັກ ມາມອບ ໃຫ້ແກ່ວັດ, ຄອບຄົວທີ່ທຸກຍາກ, ເດັກກຳພ້າ ກຳພອຍ ການມອບເຄື່ອງຄັ້ງນີ້ມີຂື້ນທີ່ຫ້ອງການກຸ່ມນ້ຳລ້ຽງ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການຊີ້ນຳ ນຳພາຂອງ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງປະທານແນວ ລາວສ້າງຊາດເມືອງຄຳ ມີ ພຣະອາຈານ ສີທາ ກັນຕະສີໂລ ປະທານ ອພສ ເມືອງຄໍາ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ມີພະນັກງານລັດຖະກອນຫຼັກແຫຼ່ງຫ້ອງການທີ່ກ່ຽວຂ້ອງ, ມີຄະນະພັກອຳນາດການປົກຄອງກຸ່ມນ້ຳລ້ຽງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອເປັນການຊຸຍູ້ສົ່ງເສີມຊ່ວຍເຫຼືອທາງດ້ານຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ແລະ ກໍ່ທັງເປັນການແກ້ໄຂຊີວິດການເປັນຢູ່ຈຳນວນໜຶ່ງໃຫ້ແກ່ຄອບຄົບທີທຸກຍາກ, ເດັກກຳພ້າກຳພອຍ ໃຫ້ໄດ້ຮັບການພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າດີຂື້ນເທື່ອລະກ້າວ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງປະທານແນວລາວ ສ້າງຊາດເມືອງ ກໍ່ໄດ້ຂື້ນກ່າວມອບເຄື່ອງໃຫ້ຮູ້ວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຄື່ອງຮັບໃຊ້ ທາງສາດສາໜາ ເຊັ່ນ: ຜ້າໄກຈີວອນ ຈຳນວນ 15 ຊຸດ, ຜ້າອາບນ້ຳຝົນຈຳນວນ 15 ຊຸດ, ຄອງໃຫຍ່, ກາງ 12 ໜ່ວຍ, ແຊ່ງ 7 ຊຸດ ແລະ ເຄື່ອງບໍລິໂພກ, ອຸປະໂພກຈຳນວນໜຶ່ງພ້ອມດ້ວຍເຄື່ອງນຸ່ງຫົ່ມຜູ້ໃຫຍ່ ແລະ ເດັກນ້ອຍ ຈຳນວນ 1,325 ຜືນ, ລວມເປັນມູນຄ່າ ທັງໝົດ 24 ລ້ານກວ່າກີບ. ຫຼັງຈາກນັ້ນ ກໍ່ເປັນກຽດກ່າວຮັບຂອງ ທ່ານ ພອນສີ ທໍ່ ເລຂາພັກກຸ່ມກຸ່ມນ້ຳລ້ຽງ ພ້ອມທັງກ່າວສະແດງ ຄວາມຂອບໃຈນຳພັກ-ລັດ ຕະນະນໍາຂັ້ນເທິງທີ່ໄດ້ນຳເອົາເຄື່ອງມາຊ່ວຍໃນຄັ້ງນີ້. ຫຼັງຈາກນັ້ນກໍ່ໄດ້ແຍກເຄື່ອງໃຫ້ແກ່ ວັດ, ຄອບຄົວທຸກຍາກ ແລະ ເດັກກຳພ້າ, ກຳພອຍຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ