ເມື່ອບໍ່ດົນມານີ້, ຫ້ອງການ ປກສ ແຂວງບໍລິຄໍາໄຊ ໄດ້ສົມທົບກັບ ຫ້ອງການ ປກສ ເມືອງບໍລິຄັນ ໄດ້ນໍາເອົາເຄື່ອງນຸ່ງຮົ່ມ ແລະ ເຄື່ອງບໍລິໂພກຈໍານວນຫນື່ງ ເດີນທາງມອບຊ່ວຍເຫລືອພໍ່ແມ່ປະຊາຊົນ ໃນ 2 ບ້ານ ຄື: ບ້ານບໍ່ ແລະ ບ້ານໂພນໄຊ ເມືອງບໍລິຄັນ, ແຂວງບໍລິຄໍາໄຊ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ລວມມຸນຄ່າທັງໝົດ 2 ລ້ານ 5 ແສນກວ່າກີບ. ຕາງຫນ້າ ປກສ ແຂວງບໍລິຄໍາໄຊ ມອບໂດຍ ທ່ານພັນໂທ ຜາໂຂງ ດອກມະນີຈັນ ຮອງຫົວຫນ້າ ປກສ ແຂວງບໍລິຄໍາໄຊ, ຂື້ນກ່າວຮັບໂດຍ ທ່ານນາຍບ້ານ ທັງ 2 ບ້ານ.
ໂອກາດນີ້ ທ່ານຮອງຫົວຫນ້າ ປກສ ແຂວງບໍລິຄໍາໄຊ ໄດ້ກ່າວວ່າ: ການນໍາເອົາເຄື່ອງມາມອບຊ່ວຍເຫລືອປະຊາຊົນ ທັງ 2 ບ້ານ ຄັ້ງນີ້. ຍ້ອຍເຫັນໄດ້ໃນຄວາມເປັນຫ່ວງເປັນໄຍຈາກຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງ ລວມໄປເຖິງອໍານາດການປົກໃນແຕ່ລະຂັ້ນ ເຫັນໄດ້ເຖິງຄວາມເປັນຈິງ ໃນການຂາດເຂີນເຄື່ອງນຸ່ງຮົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ພ້ອມກັນນີ້ ຍັງເປັນການປະກອບສ່ວນຊ່ວຍເຫລືອບັນເທົ່າທຸກໃຫ້ແກ່ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຜູ້ທີ່ຍັງຂາດເຂີນ, ມີຄວາມຕ້ອງການ ແລະ ຄວາມຈໍາເປັນ ນໍາໃຊ້ຕົວຈິງ ໃຫ້ເຂົາເຈົ້າໄດ້ມີຊິວິດການເປັນຢູ່ທີ່ດີຂື້ນ. ຕໍ່ກັບມາມອບເຄື່ອງຄັ້ງນີ້ ທ່ານນາຍບ້ານ ທັງ 2 ບ້ານ ໄດ້ສະແດງຄວາມຂອບອົກ-ຂອບໃຈ ຕໍ່ພາກສ່ວນຕ່າງໆທີ່ໃຫ້ຄວາມສໍາຄັນ ເອົາໃຈໃສ່ ແລະ ໃຫ້ການຊ່ວຍເຫລືອ ທາງດ້ານຊີວິດການເປັນຢູ່ຂອງປະຊາຊົນ.
Editor: ກຳປານາດ ລັດຖະເຮົ້າ