ທ້າຍເດືອນມີນາ 2018 ນີ້, ຄະນະສິດເກົ່າໂຮງຮຽນມໍປາຍປາກເຊ ແຂວງຈຳປາສັກ ສົກປີ 1986-1987 ພ້ອມດ້ວຍຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບຄະນະຄູ - ອາຈານ ແລະ ຫຼານນ້ອຍນັກຮຽນໂຮງຮຽນມູນລະປະຖົມສຶກສາບ້ານພູທອງລຸ່ມ ກຸ່ມ 4 ເມືອງຊະນະສົມບູນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ. ໃນລະຫວ່າງກາງເດືອນມີນາ 2018 ທີ່ຜ່ານມານີ້.
ທ່ານອາຈານ ສຸວັນ ສຸພັນດວງສຸກ ເຊີ່ງເປັນໜຶ່ງໃນຄູສອນພາຍໃນໂຮງຮຽນດັ່ງກ່າວ ເລົ່າວ່າ:ສຳລັບເຫດການລົມພາຍຸທີ່ເກິດຂື້ນໃນຄັ້ງນັ້ນ ແມ່ນກົງກັບ ວັນທີ 14 ມີນາ 2018 ເວລາປະມານບ່າຍ 3 ໂມງເຄີ່ງ, ກໍາລັງສິດສອນນັກຮຽນຢູ່ດີໆ ແລ້ວໄດ້ຍີນສຽງຟ້າຮ້ອງດັງຢ່າງຮຸນແຮງແລ້ວຈິ່ງອອກມາສັງເກດເບີ່ງ ເຊີ່ງໃນໄລຍະເວລາດຽວກັນນັ້ນແຮງລົມກໍ່ຄ່ອຍໆເພີ່ມທະວີຄວາມແຮງ ພ້ອມທັງມີຝົນຕົກໜັກມາເປັນໄລະຍະ ເມື່ອເຫັນແນວນັ້ນເພື່ອຮັບປະກັນຄວາມປອດໄພຄະນະຄູ-ອາຈານຈຶ່ງໄດ້ຕຽມຄວາມພ້ອມເຄື່ອນຍ້າຍນັກຮຽນໄປຢູ່ຈຸດທີ່ປອດໄພ ເນື່ອງຈາກໂຄງສ້າງຂອງອາຄານຮຽນບໍ່ມາດຕະຖານ. ແຕ່ໄລຍະເວລາສັ້ນໆແຮງລົມ ແລະ ຝົນກໍ່ໄດ້ເພີ່ມທະວີຮຸນແຮງຢ່າງໜັກໜ່ວງເຮັດໃຫ້ຄູທັງ 3 ຄົນ ແລະ ນັກຮຽນທັງໝົດ 76 ຄົນ, ປະກອບມີ 3 ຫ້ອງຮຽນ ນັບແຕ່ຊັ້ນປ 1 ຮອດ ປ 5 ລວມ 79 ຊີວິດ ເຮັດຫຍັງບໍ່ທັນຈຶ່ງໄດ້ຕັດສີນໃຈໝູ້ບໄປຢູ່ກອງໂຕະເພື່ອຄວາມປອດໄພ ເຊີ່ງໄດ້ແຕ່ແນມເບີ່ງໂຄງສ້າງຂອງອາຄານຮຽນທີ່ເຮັດດ້ວຍໄມ້,ມຸງດ້ວຍສັງກະສີ, ໃນອາຄານກ້ວາງ 7 ແມັດ,ຍາວ 15 ແມັດ ຂອງຕົນ. ພັດໄປຕາມແຮງລົມໝົດທັງຫຼັງ ຕໍ່ກັບເຫດການທີ່ເກິດຂື້ນໃນຄັ້ງນີ້ນັບວ່າໂຊກດີທີ່ບໍ່ມີຜູ້ໃດເສຍຊີວິດ ມີພຽງແຕ່ບາດເຈັບເລັກໜ້ອຍ. ປະເມີນຄວາມເສຍຫາຍທັງໝົດ 65 ລ້ານກີບ. ນອກຈາກນັ້ນລົມພາຍຸ ຍັງໄດ້ສ້າງຄວາມເສຍຫາຍເປັນວົງກ້ວາງເຮັດໃຫ້ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊົນຈຳນວນ 6 ຫຼັງ ແລະ ເນື້ອທີ່ສວນຢາງພາລາບໍລິເວນໃກ້ຄຽງຊາຍແດນ ຂອງ 2 ເມືອງ ໄດ້ຮັບຜົນກະທົບເສຍຫາຍຫຼາຍສົມຄວນ. ປັດຈຸບັນທາງອຳນາດການປົກຄອງເມືອງຊະນະສົມບູນ ຮ່ວມກັບ ຄະນະສິດເກົ່າໂຮງຮຽນມໍປາຍປາກເຊ ສົກປີ 1986-1987 ໄດ້ລົງມອບເງີນສົດຈຳນວນ 10 ລ້ານກີບ, ພ້ອມດ້ວຍອຸປະກອນການຮຽນ, ການສອນ ແລະ ເຄື່ອງບໍລິໂພກອິກຈໍານວນໜຶ່ງ ເພື່ອຊ່ວຍເຫຼືອຢຽວຢາຂັ້ນເບື້ອງຕົ້ນ. ໂອກາດດຽວກັນນີ້: ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນກໍ່ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ທັງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມພ້ອມກັນສົມທົບທຶນຢ່າງຮີບດ່ວນເພື່ອປະກອບສ່ວນໃຫ້ການຊ່ວຍເຫຼືອ ເນື່ອງຈາກປັດຈຸບັນຄະນະຄູ ແລະ ຫຼານນ້ອຍນັກຮຽນ ໂຮງຮຽນບ້ານພູທອງລຸ່ມ ຍັງບໍ່ມີອາຄານຮຽນຈຳເປັນຕ້ອງເພີ່ງພາອາໃສວັດວາອາຮາມເປັນບ່ອນສິດສອນຊົ່ວຄາວ ເພື່ອລໍຖ້າມີອາຄານຮຽນຫຼັງໃໝ່.
Editor: ກຳປານາດ ລັດຖະເຮົ້າ