ເມື່ອບໍ່ດົນມານີ້ ທີ່ບ້ານໃຫຍ່ ເຊກະຫມານ, ເມືອງສາມັກຄີໄຊ, ແຂວງອັດຕະປື ບໍລິສັດນໍ້າຕານອ້ອຍ ແຂວງອັດຕະປື ໄດ້ຈັດກອງປະຊຸມ ວາງແຜນນະໂຍບາຍ ລົງທຶນປູກອ້ອຍ ຮ່ວມກັບປະຊາຊົນ ໃນບ້ານເປົ້າຫມາຍ ໂດຍສະເພາະບ້ານໃຫຍ່ ເຊກະຫມານ, ເມືອງສາມັກຄິໄຊ, ແຂວງອັດຕະປື. ກອງປະຊຸມຄັ້ງນີ້ ເຂົ້າຮ່ວມມີ ທ່ານ ຄໍາບຸນ ດວງພະບາງ ເຈົ້າເມືອງສາມັກຄີໄຊ, ພ້ອມນັ້ນ ຍັງມີຫົວຫນ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື, ຄະນະອໍານວຍການບໍລິສັດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການແຜເຜີ່ຍ ກ່ຽວກັບການກໍານົດນະໂຍບາຍການສົ່ງເສີມການລົງທຶນ ຮ່ວມ ຈາກປະຊາຊົນ ໃນການປູກອ້ອຍ. ໂດຍທີ່ປະຊາຊົນແມ່ນປະກອບສ່ວນທາງດ້ານທີ່ດິນ ແລະ ແຮງງານ ແລະ ທາງຝ່າຍບໍລິສັດ ແມ່ນຈະຕອບສະຫນອງທາງດ້ານວິໍາການເຕັກນິກ ແລະ ເກັບຊື້ຈາກປະຊາຊົນ. ກອງປະຊຸມຄັງນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນຫລາຍສິ່ງຫລາຍຢ່າງ, ລວມທັງບັນຫາຕ່າງໆ ທີ່ອາດຈະເກີດຂື້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ລະຫວ່າງ 2 ຝ່າຍ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ. ຖືກຕ້ອງຕາມລະບຽບຫລັກການ ໃນສັນຍາ ບົນພື້ນຖານ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ເທົ່າທຽມກັນ.
ໂອກາດ ກອງປະຊຸມດັ່ງກ່າວ ທ່ານ ເຈົ້າເມືອງສາມັກຄີໄຊ ກໍໄດ້ສະແດງຄໍາເຫັນເຫັນວ່າ: ກ່ຽວກັບນະໂຍບາຍສົ່ງເສີມຊຸກຍູ້ປະຊາຊົນ ຮ່ວມລົງທຶນ ໃນການປູກອ້ອຍນັ້ນ, ແມ່ນເປັນອີກຫນຶ່ງໂຄງການ ທີ່ປະກອບສ່ວນເຂົ້າໃນແຜນງານການຜະລິດ ໃຫ້ເປັນສິນຄ້າ ພາຍໃນເມືອງ, ເພື່ອປະກອບສ່ວນເຂົ້າໃນການພັດທະນະເສດຖະກິດ-ສັງຄົມ ພາຍໃນແຂວງອັດຕະປື ໃຫ້ມີການຂະຫຍາຍຕົວ, ທັງເປັນການສ້າງອາຊີບ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບທີ່ຫມັ້ນຄົງ ແກ່ປະຊາຊົນ ໄດ້ມີຢູ່-ມີກິນ ກ້າວໄປສູ່ການຫລຸດຜ່ອນຄວາມທຸກຍາກ-ຄວາມທຸກຈົນ ຂື້ນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ