ທ້າຍເດືອນມີນາ 2018 ນີ້, ຢູ່ທີ່ສະໂມສອນເມືອງທຸລະຄົມ ໄດ້ຈັດພິທີປະກາດໃຫ້ເມືອງທຸລະຄົມເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ 2 ສະໄໝປີ 2015-2018 ຂຶ້ນຢ່າງເປັນທາງການ
ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານນາງ ຈັນທະບູນ ໂພສາລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານນາງ ວົງເດືອນ ວັດຕະໂສ ຮອງເລຂາພັກເມືອງ ຮອງເຈົ້າເມືອງ, ມີ ທ່ານນາງ ຄຳຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງທຸລະຄົມ, ມີປະທານສະຫະພັນແມ່ຍິງບ້ານ ແລະ ໜ່ວຍກົມກອງ, ມີພະນັກງານທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ສະມາຊິກສະຫະພັນແມ່ຍິງທົ່ວເມືອງທຸລະຄົມ ແລະ ສະຫະພັນແມ່ຍີງບັນດາເມືອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານນາງ ວົງເດືອນ ວັດຕະໂສ ຮອງເຈົ້າເມືອງ ຍັງໄດ້ໃຫ້ກຽດກ່າວເປີດພິທີປະກາດເມືອງທຸລະຄົມເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ 2 ສະໄໝປີ 2015-2017 ຂຶ້ນຢ່າງເປັນທາງການ. ຈາກນັ້ນ ທ່ານນາງ ຄຳຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງທຸລະຄົມຍັງໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງເມືອງທຸລະຄົມໄລຍະ 2015-2017 ວ່າ: ເມືອງທຸລະຄົມແບ່ງອອກເປັນ 4 ກຸ່ມບ້ານພັດທະນາ, ມີ 42 ບ້ານ, ມີ 9.911 ຫລັງຄາເຮືອນ, ມີ 11.867 ຄອບຄົວ, ມີພົນລະເມືອງທັງໝົດ 55.831 ຄົນ, ຍິງ 28.127 ຄົນ, ທົ່ວເມືອງມີໜ່ວຍສະຫະພັນແມ່ຍິງ ມີ 37 ໜ່ວຍ, ໃນນັ້ນລວມ 42 ບ້ານ ແລະ ມີຄະນະບໍລິຫານງານສະຫະພັນແມ່ຍີງເມືອງ 17 ທ່ານ, ປະຈຳຫ້ອງການ 1 ທ່ານ, ປະຈຳກົມກອງອ້ອມຂ້າງເມືອງ 5 ທ່ານ, ປະຈຳຢູ່ກຸ່ມບ້ານ 9 ທ່ານ, ມີຄະນະໜ່ວຍສຳນັກງານອົງການ 78 ທ່ານ, ມີຄະນະສະຫະພັນແມ່ຍິງບ້ານ 212 ທ່ານ, ເປັນສະຫະພັນແມ່ຍິງ 5.572 ທ່ານ, ເປັນລັດຖະກອນ 457 ທ່ານ, ເປັນຄະນະກຳມະການພັກເມືອງ 2 ທ່ານ, ເປັນຫົວໜ້າຫ້ອງການ 5 ທ່ານ, ເປັນອຳນວຍການໂຮງຮຽນ 22 ທ່ານ, ເປັນເລຂາພັກບ້ານ 2 ທ່ານ, ນາຍບ້ານ 2 ທ່ານ, ເປັນຮອງນາຍບ້ານ 4 ທ່ານ, ເປັນສະມາຊິກພັກສົມບູນ 352 ສະຫາຍ, ສະມາຊິກສຳຮອງ 50 ສະຫາຍ, ເປັນສະມາຊິກຊາວໝຸ່ມ 4.901 ທ່ານ, ເປັນສະມາຊິກກຳມະບານ 323 ທ່ານ ໃນນັ້ນມີ 8 ບ້ານຕົວແບບດ້ານການຜະລິດເປັນສິນຄ້າເຊີ່ງປະກອບມີ: ບ້ານແຈ້ງ, ບ້ານຫລີ່ງຊັນ, ບ້ານຫາດໄຊ, ບ້ານເກິນເໜືອ, ບ້ານຕານປ່ຽວ, ບ້ານເກິນກາງ, ບ້ານໂພນຄຳ ແລະ ບ້ານຈຸ້ມ ປະກອບມີ 10 ກຸ່ມການຜະລິດ ທີ່ກາຍເປັນຄອບຄົວຕົວແບບໃຫ້ແກ່ເມືອງທຸລະຄົມເຊັ່ນ: ເດັ່ນໃນການປູກສາລີຫວານ ມີ 2 ຄອບຄົວ, ສາມາດສ້າງລາຍຮັບ 50-100 ລ້ານກີບຕໍ່ປີ, ປູກສາລີແຂງ ມີ 4 ຄອບຄົວສາມາດສ້າງລາຍຮັບ 100-140 ລ້ານກີບຕໍ່ປີ, ປູກແຍ້ ມີ 10 ຄອບຄົວ ສາມາດສ້າງລາຍຮັບ 100-150 ລ້ານກີບຕໍ່ປີ, ປູກເຂົ້າ ມີ 4 ຄອບຄົວ ສາມສ້າງລາຍຮັບ 50-60 ລ້ານກີບຕໍ່ປີ, ລ້ຽງສັດປີກ ມີ 1 ຄອບຄົວ ສາມາດສ້າງລາຍຮັບ 50-100 ລ້ານກີບຕໍ່ປີ, ລ້ຽງໝູ ມີ 2 ຄອບຄົວ ສາມາດສ້າງລາຍຮັບໄດ້ 300-360 ລ້ານກີບຕໍ່ປີ, ລ້ຽງປາແບບທຳມະຊາດ ມີ 3 ຄອບຄົວ ສາມາດສ້າງລາຍຮັບໄດ້ 100-200 ລ້ານກີບຕໍ່ປີ, ລ້ຽງປາກະຊັງ ມີ 1 ຄອບຄົວ ສາມາດສ້າງລາຍຮັບໄດ້ 150-200 ລ້ານກີບຕໍ່ປີ, ລ້ຽງສັດໃຫຍ່ປະເພດງົວ ຄວາຍ ມີ 2 ຄອບຄົວ ທີ່ລ້ຽງນັບແຕ່ 120-180 ໂຕ ແລະ ຕ່ຳຫູກທໍໄໝມີ 10 ຄອບຄົວ ສາມາດສ້າງລາຍຮັບໄດ້ 7 ລ້ານກີບ ຫາ 20 ລ້ານກີບຕໍ່ປີ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີສະຫະພັນແມ່ຍິງ ເມືອງທຸລະຄົມ ເຊິ່ງສາມາດຮັບຮອງໜ່ວຍງານສະຫະພັນແມ່ຍິງ 3 ດີໄດ້ທັງໝົດ 17 ໜ່ວຍ, ພ້ອມທັງວາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃນປີຕໍ່ໜ້າ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ-ລັດຖະທໍາມະນູນ, ກົດ ໝາຍຂອງລັດ, ກົດລະບຽບແມ່ຍິງລາວ ແລະ ເອກະສານຕ່າງໆ. ມາສຶກສາຄົ້ນຄວ້າໃຫ້ມີຄວາມຮັບຮູ້ເຊື່ອມຊື່ມເຂົ້າໃຈ, ສືບຕໍ່ຈອງວາລະສານໜັງສືພິມຂອງສູນກາງສະຫະພັນແມ່ຍິງລາວເພື່ອ ມາຈໍາ ໜ່າຍໃຫ້ເອື້ອຍນ້ອງແມ່ຍິງກໍ່ຄືການຈັດຕັ້ງທຸກພາກສ່ວນ, ສືບຕໍ່ປັບປຸງການຈັດຕັ້ງແມ່ຍິງຂັ້ນບ້ານ, ຂັ້ນໜ່ວຍກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ໃນພິທີໃຫ້ກຽດຂຶ້ນມອບໃບຢັ້ງຢືນ ສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ 2 ສະໄໝປີ 2015-2017 ໂດຍ ທ່ານນາງ ຈັນທະບູນ ໂພສາລາດ ປະທານສະຫະພັນແມ່ຍິງແຂວງວຽງຈັນ ແລະ ກ່າວຮັບໂດຍ ທ່ານນາງ ຄໍາຍອດ ອິນມະຫາ ຮັກສາການປະທານສະຫະພັນແມ່ຍິງເມືອງໆທຸລະຄົມ. ແລະ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍສະຫະພັນແມ່ຍິງ ບ້ານແລະກົມກອງ 3 ດີ ຄັ້ງທີ 2 ສະໄໝປີ 2015-2017 ໂດຍ ທ່ານນາງ ວົງເດືອນ ວັດຕະໂສ ຮອງເຈົ້າເມືອງໆທຸລະຄົມ ແລະ ກ່າວຮັບໂດຍ ປະທານສະຫະພັນແມ່ຍິງບ້ານ ແລະ ກົມກອງທົ່ວເມືອງ, ຈາກນັ້ນ, ຄະນະປະທານກໍ່ໄດ້ຜັດປ່ຽນກັນຂຶ້ນໂອລົມ, ພ້ອມທັງໃຫ້ກຽດລັ່ນຄ້ອນ 9 ບາດ ແລະ ເປີດປ້າຍ ພິທີປະກາດເມືອງທຸລະຄົມ ເປັນສະຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ 2 ສະໄໝ ປີ 2015-2017 ໂດຍສ່ອງໜ້າອຳນາດການປົກຄອງຂອງເມືອງທຸລະຄົມຕື່ມອີກ.
ແຫລ່ງຂ່າວ ຖວທ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ