ເພື່ອເປັນການສ້າງຂະບວນການ ຂໍານັບຮັບຕ້ອນວັນສ້າງຕັ້ງອົງການກາແດງໂລກ ຄົບຮອບ 155 ປີ ( 8 ພຶດສະພາ 1863 – 2018 ດັ່ງນັ້ນ, ໃນເມື່ອບໍ່ດົນມານີ້ ອົງການກາແດງລາວ ຮ່ວມກັບ ອໍານາດການປົກຄອງແຂວງອັດຕະປື ໄດ້ຈັດພິທີປາຖະກາຖາ ກ່ຽວກັບວຽກງານກາແດງລາວຂື້ນ ທີ່ຫໍປະຊຸມໃຫຍ່ ແຂວງອັດຕະປື ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ເຂົ້າຮ່ວມມີ ພະນັກງານລັດຖະກອນ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການ ກາແດງລາວ ໄດ້ຍົກໃຫ້ເຫັນພາລະບົດບາດສິດ ແລະ ຫນ້າທີ່ຂອງອົງການກາແດງລາວ ໄດ້ຖຶກສ້າງຕັ້ງຂື້ນໃນປີ 1955 ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການປະຕິບັດວຽກງານບັນເທົ່າທຸກ ໃຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ, ລວມເຖິງຜູ້ປະສົບໄພຕ່າງໆ ປົກປັກຮັກສາສົ່ງເສີມສຸຂະພາບຂັ້ນພື້ນຖານ, ຈັດຕັ້ງປະຈິບັດ ວຽກງານການບໍລິຈາກເລຶອດເລຶອດ ສະຫນອງເລຶອດທີ່ປອດໄພ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທໍາ, ຂົນຂວຍແຫລ່ງທຶນ ແລະ ອາສາສະຫມັກກາແດງ ເພື່ອປະກອບສ່ວນເຂົ້າໃນວຽກງານ ມະນຸດສະທໍາ ຕາມ 7 ຫລັກການພື້ນຖານ ຂອງຂະບວນການກາແດງສາກົນ. ໃນຕະຫລອດໄລຍະຜ່ານມາ ອົງການກາແດງລາວ ນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ໂຄສະນາ ປຸກລະດົມການບໍລິຈາກເລຶອດແບບສະຫມັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ. ນອກຈາກນັ້ນ ຍັງໄດ້ຈັດຕັ້ງອົບຮົມ ໃຫ້ຄວາມຮູ້ແກ່ປະຊາຊົນ, ພະນັກງານ, ນັກຮຽນ-ນັກສຶກສາ ແລະ ບັນດາພາກສ່ວນອື່ນໆ ທີ່ໃຫ້ຄວາມສໍາຄັນ ຂອງການບໍລິຈາກເລຶອດ ເພື່ອໃຫ້ໄດ້ຜູ້ບໍລິຈາກເລຶອດແບບສະຫມັກໃຈ.
ທ່ານ ປະທານອົງການກາແດງລາວ ຍັງໄດ້ຮຽກຮ້ອງທົ່ວສັງຄົມ ກໍ່ຄືຄະນະນໍາອົງການກາແດງ ຕ້ອງໄດ້ສຶບຕໍ່ປຸກລະດົມ ໃຫ້ພີ່ນ້ອງ ແລະ ຫມູ່ເພື່ອນຂອງຄົນເຈັບມາບໍລິຈາກເລຶອດ ເພື່ອສ້າງບຸນກຸສົນ ຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ຮ່ວມໃຈກັນສົ່ງເສີມສໍາພັນທະພາບຄວາມສາມັກຄີ ເພື່ອສັນຕີສຸກ ທີ່ຍືນຍົງຂອງມະນຸດ.
Editor: ກຳປານາດ ລັດຖະເຮົ້າ