ແຂວງບໍ່ແກ້ວ ໄດ້ຈັດງານຕະຫລາດນັດວາງສະແດງສິນຄ້າໂອດ໊ອບ (ODOP) 8 ແຂວງພາກເໜືອ ໃນລະຫວ່າງວັນທີ 20-30 ມີນາ 2018 ຢູ່ສະໜາມກິລາຂອງແຂວງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ, ເຊິ່ງມີພິທີເປີດງານຢ່າງເປັນທາງການ ໃນວັນທີ 25 ມີນາ 2018 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນ ດາການນຳພັກ-ລັດ, ບໍລິສັດ,ຫ້າງຮ້ານ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ງານວາງສະແດງສິນຄ້າ ດັ່ງກ່າວ ເປັນການສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການພາຍໃນ 8 ແຂວງພາກເໜືອ, ໄດ້ພົບປະແລກປ່ຽນດ້ານການຜະລິດ, ການຄ້າ-ການລົງທຶນ, ທັງເປັນການໂຄສະນາ, ປັບປຸງຜະລິດຕະພັນຂອງຕົນໃຫ້ໄດ້ຕາມມາດຕະຖານຂອງຕະຫລາດກໍຄືຜູ້ຊົມໃຊ້ ເຊິ່ງມີທັງໝົດ 295 ຫ້ອງວາງສະແດງ ແບ່ງອອກເປັນ 12 ໝວດສິນຄ້າ ເປັນຕົ້ນແມ່ນ: ຜະລິດຕະພັນຈາກສັດລ້ຽງ, ເຂົ້າໜົມທີ່ເປັນເອກະລັກ, ເຟີນິເຈີ, ຫັດຖະກຳຈັກສານ, ຜະລິດຕະພັນຝ້າຍ ແລະ ເຄື່ອງນຸ່ງພື້ນເມືອງຂອງຊົນເຜົ່າຕ່າງໆ, ຜະລິດຕະພັນກະສິກຳ ແລະ ເຄື່ອງປ່າຂອງດົງ, ປຸຍຊີວະພາບ, ວັດສະດຸຮັບໃຊ້ການກໍ່ສ້າງ, ອັນຍະມະນີ-ແຮ່ທາດ, ອຸປະກອນການສຶກສາ, ເຄື່ອງໃຊ້ສອຍ ແລະ ບັນດາສິນຄ້າສຳເລັດຮູບປະເພດອື່ນໆ.
ງານວາງສະແດງຄັ້ງນີ້ ປະກອບມີ: ຜະລິດຕະພັນຈາກແຂວງບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ ແລະ ນະຄອນຫລວງວຽງຈັນ ນອກຈາກນັ້ນຍັງມີສິນຄ້າຈາກ ປະເທດໄທ, ສສ ຫວຽດນາມ, ສປ ຈີນ ແລະ ບັນດາຫ້ອງວາງສະແດງຈາກ 13 ຂະແໜງການອ້ອມຂ້າງແຂວງ ເຂົ້າຮ່ວມ ງານແມ່ນຈະດໍາເນີໄປຈົນເຖິງວັນທີ 30 ມີນາ 2018
Editor: ກຳປານາດ ລັດຖະເຮົ້າ