ນາງ ນົບພະວັນ ສີໄກພັກ ຜູ້ເຂົ້າປະກວດໝາຍເລກ MG12 ອາຍຸ 20 ປີ ສ່ວນສູງ 173 Cm ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຄອງມົງກຸດ Miss Grand laos 2018 ຈາກ 12 ນ້ອງນາງສາວເຂົ້າຮ່ວມປະກວດ. ເຊິ່ງຮອບຕັດສິນສຸດທ້າຍໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 24 ມີນາ 2018 ທີ່ຜ່ານມາ, ຢູ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ
ຜ່ານການຕອບຄໍາຖາມຢ່າງມີໄຫວພິບ ປະຕິພານສາມາດເອົາຊະນະໃຈຄະນະກໍາມະການ ແລະກອງເຊຍ ຜົນປະກົດວ່າ MG12 ນາງ ນົບພະລັດ ສີໄກພັກ ໄດ້ຄອງມົງກຸດເພັດ Miss Grand laos 2018 ມູນຄ່າ 30 ລ້ານກີບ, ພ້ອມດ້ວຍເງິນລາງວັນ 50 ລ້ານກີບ, ທຶນການສຶກສາຫຼັກສູດປະລິນຍາຕີ ແລະ ລາງວັນອື່ນໆລວມມູນຄ່າ 150 ລ້ານກີບ. ສ່ວນຮອງອັນດັບໜຶ່ງໄດ້ແກ່ MG7 ນາງ ມາລິກາ ສຸກວົງສາ ຈາກຫ້ອງວ່າການປົກຄອງແຂວງເຊກອງ ໄດ້ຮັບເງິນລາງວັນ 30 ລ້ານກີບ, ພ້ອມຫຼັກສູດການສຶກສາລະດັບປະລິນຍາຕີ ແລະ ລາງວັນອື່ນໆ ແລະ ຮອງອັນດັບສອງ MG1 ນາງ ສິລິຍາພອນ ຊາພິລົມ ຈາກສະຖາບັນການທະນາຄານ ໄດ້ຮັບເງິນລາງວັນ 20 ລ້ານກີບ, ພ້ອມທຶນການສຶກສາລະດັບປະລິນຍາຕີ ແລະ ລາງວັນອື່ນໆ.
ຫຼັງຈາກນັ້ນ, ນາງ ນົບພະວັນ ສີໄກພັກ Miss Grand laos 2018 ຈະໄດ້ເປັນຕົວແທນແມ່ຍິງລາວທົ່ວປະເທດ ເພື່ອໄປປະກວດ Miss Grand International 2018 ໃນເວທີລະດັບສາກົນ, ໃນທ້າຍເດືອນຕຸລາ 2018 ນີ້ ທີ່ປະເທດມຽນມາ.
Editor: ກຳປານາດ ລັດຖະເຮົ້າ