ໃນເມື່ອບໍ່ດົນນີ້; ການນໍາຂັ້ນເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດລາວ ເນື່ອງໃນໂອກາດ ຄົບຮອບ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955 ຫາ ວັນທີ 22 ມີນາ 2018 ຄົບຮອບ 63 ປີ. ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງ ພ້ອມດ້ວຍຄະນະ ຕະຫຼອດຮອດບັນດາພະນັກງານງານ, ທະຫານ, ຕໍາຫຼວດ ແລະ ລັດວິສາຫະກິດ ປະຈໍາເມືອງ ອາດສະພັງທອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງ ໄດ້ເປັນກຽດສະດຸດດີ ກ່າວເຖິງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955 ຫາ ວັນທີ 22 ມີນາ 2018 ຄົບຮອບ 63 ປີ ໂດຍສັງເຂບ ຈາກນັ້ນກໍ່ໄດ້ມີການວາງກະຕ່າດອກໄມ້ໄປຕາມດໍາດັບ. ພ້ອມດ່ຽວກັນນັ້ນ; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ ກໍ່ໄດ້ມີການສ້າງຂະບວນການແຂ່ງຂັນກິລາເພື່ອຊີງຂັນຂອງເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງຕື່ມອີກ. ທັງນີ້, ກໍ່ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955 ຫາ ວັນທີ 22 ມີນາ 2018 ຄົບຮອບ 63 ປີ ແລະ ເປັນການນ້ອມລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເພື່ອມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ແຫລ່ງຂ່າວ ຖວທ ເມືອງອາດສະພັງທອງ
Editor: ກຳປານາດ ລັດຖະເຮົ້າ