ເມື່ອບໍ່ດົນມານີ້ ທ່ານ ສົມບັດ ເພັງພະຈັນ ຮອງຫົວຫນ້າກົມພົວພັນຄົນເຊື້ອຊາດລາວ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕິດຕາມອໍານວຍຄວາມສະດວກໃຫ້ ຄະນະເຊື້ອຊາດລາວ ທີ່ມາຈາກປະເທດການາດາ, ຈາກ ສະຫາລັດອາເມລິກາ, ຈາກປະເທດຝຣັ່ງ ແລະ ປະເທດໄທ ລວມ 80 ກວ່າທ່ານ. ເດີນທາງໄປຮ່ວມງານສົມໂພດພະພຸດທະຮູບ ແລະ ຖະຫວາຍຜ້າປ່າສາມັກຄີ ຢູ່ທີ່ວັດສະແກ້ວ ສະພັງທອງ ຫນອງລົວຫລວງ, ບ້ານດອນລົບປະຕີ, ເມືອງໂຂງ, ແຂວງຈໍາປາສັກ.
ການກໍ່ສ້າງພະພຸດທະຮູບອົງດັ່ງກ່າວ ສັດທາແມ່ນ ທ່ານ ສຸວັດ ແລະ ທ່ານນາງ ປຣະພິດ ບັນຈົງພານິດ ຄົນເຊື້ອຊາດລາວ ຈາກປະເທດການາດາ ພ້ອມດ້ວຍລູກຫລານຄົນເຊື້ອຊາດລາວ ໃນປະເທດການາດາ, ປະເທດຝຣັ່ງ, ສະຫາລັດອາເມລິກາ, ປະເທດໄທ ແລະ ສປປ ລາວ ໃນການເປັນເຈົ້າພາບຮ່ວມກັນ. ສໍາລັບວັດສະແກ້ວ ສະພັງທອງ ຫນອງບົວຫລວງ ບ້ານດອນລົບປະຕີ ແມ່ນເປັນວັດເກົ່າແກ່ ໃນເຂດເມືອງໂຂງ ມີອາຍຸ 200 ກວ່າປີແລ້ວ, ກ່າວເຖິງປະຫວັດ ໃນປີ ຄສ 1999 ວັດດັ່ງກ່າວ ໄດ້ຮັບການປະຕິສັງຂອນຄືນໃຫມ່ ໂດຍພາຍໃຕ້ການນໍາພາໂດຍ ພຣະອາຈານໃຫຍ່ ທອງສຸດ ພົມມະພິຈິດ ອາດິດເຈົ້າອະທິການວັດ. ສ່ວນການສ້າງພຣະພຸດທະຮູບໃນຄັ້ງນີ້ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 1 ພຶດສະພາ 2016 ແລະ ສໍາເລັດສົມບູນ ໃນວັນທີ 1 ມີນາ 2018 ( ໄລຍະເວລາ 20 ເດືອນ) ພະພຸດທະຮູບ ມີລວງສູງ 16 ແມັດກວ່າ, ສໍາລັບແທ່ນພະ ສູງ 5 ແມັດ, ຫນ້າຕັກພະພຸດທະຮູບກວ້າງ 5 ແມັດ, ປາງນາກປົກ ລວມມູນຄ່າການກໍ່ສ້າງທັງໝົດ 639 ລ້ານກວ່າກີບ. ຕະຫລອດໄລຍະການກໍ່ສ້າງ ພາຍໃຕ້ການເບີ່ງແຍງຈາກພະອາຈານ ບູນສວນ ພັນທະວົງ ເຈົ້າອະທິການວັດເທບນິມິດ ( ວັດທາດຝຸ່ນ)
ການສົມໂພດພະພຸດທະຮູບ ໄດ້ເລີ່ມຂື້ນໃນຕອນຄໍ່າ ຂອງວັນທີ 16 ມີນາ 2018 ພ້ອມທັງສວດສົມໂພດຕະຫລອດຄືນ ໂດຍມີອອກຕົນຍາດໂຍມພຸດທະສາສະນິກະຊົນ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມພິທີສົມໂພດເຮັດບຸນຄັ້ງນີ້ ເປັນຈໍານວນຫລວງຫລາຍ. ພາຍຫລັງສໍາເລັດເສດຊິ້ນພິທີສົມໂພດ ຮຸ່ງເຊົ້າຂອງມື້ຕໍ່ມາ ແມ່ນໄດ້ມີພິທີໃສ່ບາດ-ຍາດນໍ້າ ຖະຫວາຍພັດຕະຍາຫານຕາມຮິດຄອງທາງພຸດທະສາດສະຫນາ ພ້ອມກັນນັ້ນ ຍັງໄດ້ມີພິທີເຖລະພິເສກ ຄືການຫົດສົງພະສົງເຖຣະ ແລະ ຖະຫວາຍຜ້າປ່າສາມັກຄີແກ່ວັດອີກດ້ວຍ. ການຖະຫວາຍຜ້າປ່າ ໃນຄັ້ງນີ້ແມ່ນໄດ້ມາຈາກສັດທາສາມັກຄີ ປັດໄຈໄຊຍະທານ ທັງໝົດ ຈໍານວນ 150 ລ້ານກີບ ຖະຫວາຍແກ່ວັດ ເພື່ອນໍາໄປບູລະນະປະຕີສັງຂອນພາຍໃນວັດ ແລະ ສົ່ງເສີມພຸດທະສາດສະໜາ ສຶບຕໍ່ໄປ.
ພາຍຫລັງສໍາເລັດເສັດຊື້ນງານທັງໝົດ ທ່ານ ນາຍບ້ານ ແລະ ແນວໂຮມບ້ານ ໄດ້ສະແດງຄວາມຮູ້ບຸນຄຸນ ຂອບອົກ-ຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ເຈົ້າພາບ-ເຈົ້າສັດທາ ທັງພາຍໃນ ແລະ ຕ່າງປະເທດ ໃນການຮ່ວມກັນສ້າງສາພັດທະນາ ແລະ ສ້າງພະພຸດທະຮູບອົງດັ່ງກ່າວ ເຊີ່ງມີຄວາມຫມາຍສໍາຄັນ ທີ່ສະແດງໃຫ້ເຫັນເຖິງການອະນຸລັກຮັກສາ ຮິດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງຄົນເຊື້ອຊາດລາວ ບໍ່ວ່າຈະໄປຢູ່ໃສ, ປະເທດໃດ ກໍ່ຍັງຄິດຮອດບ້ານເກີດ-ເມືອງນອນ ຂອງຕົນ, ບ່ອນຝັງສາຍແຫ່-ແຜ່ສາຍບື ບ້ານທີ່ແສນຮັກ-ແສນແພງ ຂອງຕົນເອງ.
Editor: ກຳປານາດ ລັດຖະເຮົ້າ