ເມື່ອບໍ່ດົນມານີ້ ທີ່ສໍານັກງານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ນະຄອນຫລວງວຽງຈັນ ສູນພັດທະນາແມ່ຍິງພິການລາວ ຮ່ວມກັບສະມາຄົມນັກຂ່າວ ແຫ່ງປະເທດລາວ ໄດ້ຈັດງານຖະແຫລງຂ່າວຕໍ່ສື່ມວນຊົນ ຂື້ນ ເພື່ອແຈ້ງຂ່າວ ກ່ຽວກັບການຈັດງານສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 108 ປີ. ໂດຍການເປັນປະທານຮ່ວມ ມີ ທ່ານນາງ ວັນເພັງ ສີວິລາ ອໍານວຍການສູນພັດທະນາແມ່ຍິງພິການລາວ, ມີ ທ່ານ ສົມສະນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ປະເທດລາວ, ມີບັນດາຜູ້ຕາງຫນ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານນາງ ວັນເພັງ ສີວິລາ ອໍານວຍການສູນພັດທະນາແມ່ຍິງພິການລາວ ກ່າວວ່າ: ງານສະເຫລີມສະຫລອງວັນແມ່ຍິງສາກົນ ທີ່ທາງສູນຈະໄດ້ຈັດຂື້ນ ແມ່ນຈະໄດ້ຈັດຂື້ນໃນວັນທີ 31 ມີນາ 2018 ທີ່ສູນພັດທະນາແມ່ຍິງພິການລາວ ບ້ານດົງໂພສີ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ນັບແຕ່ເວລາ 9 ໂມງເຊົ້າ ເປັນຕົ້ນໄປ ຈົນເຖິງ 16: 30 ຂອງມື້ດັ່ງກ່າວ, ເຊີ່ງພາຍໃນງານຈະປະກອບດ້ວຍຫລາຍກິດຈະກໍາ ລວມທັງການສະແດງສິລະປະ ຂອງກຸ່ມຄົນພິການ ພາຍໃນສູນ, ການວາງສະແດງຜະລິດຕະພັນ ຈາກເອື້ອຍນ້ອງແມ່ຍິງພິການລາວ ເພື່ອສົມທົບທຶນ ເຂົ້າໃນການພັດທະນາສູນ ໃນການສ້າງວິຊາຊີບ ແລະ ພັດທະນາການອົບຮົມການສ້າງວຽກເຮັດງານທໍາ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ຜູ້ພິການ. ນອກຈາກນີ້ ຍັງມີກິດຈະກໍາແຂ່ງຂັນກິລາ ກຸ່ມຄົນພິການ ການຫລີ້ນເກມ ແລະ ກິດຈະກໍາອື່ນໆ ທີ່ຫລາກຫລາຍ.
ທ່ານຜູ້ອໍານວຍການສູນພັດທະນາແມ່ຍິງພິການລາວ ກ່າວຕື່ມວ່າ: ການຈັດງານດັ່ງກ່າວ ເພື່ອເປັນການສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 108 ປີ ໃນປີ 2018, ຕໍ່ມາກໍ່ເພື່ອເປັນການສ້າງກິດຈະກໍາຮ່ວມກັນ, ການແລກປ່ຽນທາງດ້ານຜະລິດຕະພັນຂອງກຸ່ມຄົນພິການ ໃນບັນດາສູນ ແລະ ສະມາຄົມຕ່າງໆ ໃນນະຄອນຫລວງ ແລະ ຕ່າງແຂວງ ລວມທັງອົງການຊ່ວຍເຫລືອສັງຄົມ ທີ່ບໍ່ຫວັງຜົນກໍາໄລ ແມ່ນຈະໄດ້ເຂົ້າຮ່ວມກິດຈະກໍາ ໃນຄັ້ງນີ້. ນອກຈາກນັ້ນ ພາຍໃນງານຍັງປະກອບດ້ວຍກິດຈະກໍາ ຕ່າງໆ ທັງການສະແດງສິລະປະ, ແຂ່ງຂັນກິລາຄົນພິການ. ວາງສະແດງຜົນງານການຜະລິດຈາກກຸ່ມຄົນພິການ ຈາກພາກສ່ວນຕ່າງໆ ທັງນີ້ເພື່ອເປັນການໂຄສະນາ ໃຫ້ຮູ້ເຖິງຄວາມສໍາຄັນ ຂອງຄົນພິການ ໃນການມີສ່ວນຮ່ວມໃນສັງຄົມ ແລະ ສັງຄົມຕ້ອງໃຫ້ໂອກາດພວກເຂົ້າເຫລົ່ານັ້ນ ພ້ອມທັງໃຫ້ການຊຸກຍູ້ສະຫນັບສະຫນູນ ໃນການພັດທະນາວິຊາຊີບ ສ້າງວຽກເຮັດງານທໍາ ເພື່ອນໍາເອົາວິຊາຄວາມຮູ້ໄປພັດທະນາຕົນເອງ. ກຸ້ມຕົນເອງ ແລະ ສ້າງລາຍຮັບແກ່ຄອບຄົວ ຂອງເຂົ້າເຈົ້າ. ງານສະເຫລີມສະຫລອງ ແມ່ນຈະໄດ້ຈັດ ໃນວັນທີ 31 ມີນາ 2018 ດັ່ງນັ້ນ ຂິ່ງຂໍເຊີນຊວນ ທຸກທ່ານ ໃນສັງຄົມ ເຂົ້າຮ່ວມ ມ່ວນຊື່ນ ໃນກິດຈະກໍາ ຄັ້ງນີ້.
Editor: ກຳປານາດ ລັດຖະເຮົ້າ