ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຈັດຂື້ນ ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງເມືອງສາມັກຄີໄຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີ ທ່ານ ຄໍາເຜີຍ ໂສມຖາວອນ ຫົວຫນ້າພະແນກສວຍອາກອນ ແຂວງອັດຕະປື, ເຂົ້າຮ່ວມມີບັນດາອໍານວຍການບໍລິສັດ, ຫົວຫນ້າທຸລະກິດ, ຫ້າງຮ້ານພາຍໃນແຂວງ, ພ້ອມດ້ວຍພະນັກງານລັດຖະກອນ ຂະແຫນງສວຍສາອາກອນພາຍໃນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມເຜີຍແຜ່ແນະນໍາ ການຈັດຕັ້ງປະຕິບັດງານ ອາກອນມູນຄ່າເພີ່ມ ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລກປ່ຽນຄໍາຄິດເຫັນ ໃສ່ບັນດາເອກະສານທີ່ສໍາຄັນ, ເປັນຕົ້ນເອກະສານຫລັກການ ແລະ ວິທີການຈັດຕັ້ງວຽກງານອາກອນມູນຄ່າເພີ່ມ, ວຽກງານການນໍາໃຊ້ ໃບເກັບເງິນ ຂອງບັນດາຫົວຫນ່ວຍທຸລະກິດ ແລະ ເອກະສານກ່ຽວກັບການຖືບັນຊີ ຂອງບັນດາຫົວຫນ່ວຍທຸລະກິດ. ຈຸດປະສົງ ຂອງການເຜີຍແຜ່ ແນະນໍາ ການຈັດຕັ້ງປະຕິບັດວຽກງານ ອາກອນມູນຄ່າເພີ່ມ ໃຫ້ບັນດາຫົວຫນ່ວຍທຸລະກິດ-ຫ້າງຮ້ານທົ່ວແຂວງອັດຕະປື ໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການລົງທຶນ, ການສົ່ງ ແນ່ໃສ່ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ. ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຮັບປະກັນການສ້າງລາຍຮັບໃຫ້ແກ່ງົບປະມານ ດ້ວຍການບຸກທະລຸໃຫ້ໄດ້ ຕາມທິດທາງແຜນການທີ່ວາງໄວ້ ໃນສະເພາະຫນ້າ ແລະ ຍາວນານ, ເຮັດໃຫ້ບັນດາຫົວຫນ່ວຍທຸລະກິດ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງສິດ, ຫນ້າທີ່ ແລະ ພັນທະຂອງຕົນເອງ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໄດ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ. ເວົ້າລວມ-ເວົ້າສະເພາະ ກໍ່ແມ່ນການເຄື່ອນໄຫວ ຂອງບັນດາຫົວຫນ່ວຍທຸລະກີດ ໃນແຂວງອັດຕະປື.
Editor: ກຳປານາດ ລັດຖະເຮົ້າ