ໃນວັນທີ 21 ມີນາ 2018 ຜ່ານມາທີ່ສະໂມສອນໃຫຍ່ຂອງເມືອງພູຄູນ ແຂວງຫຼວງພະບາງ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລົງເຜີຍແຜ່ກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສະບັບປັບປຸງ ໃໝ່ໃຫ້ແກ່ສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຊາວໜຸ່ມ ເມືອງພູຄູນ ແຂວງຫລວງພະບາງ, ໂດຍການເປັນປະທານຂອງ ສະຫາຍ ອຸ່ນຄຳ ສຸວັນນະພັນ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ປະທານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນແຂວງ, ເຂົ້າຮ່ວມຮັບຟັງມີ ເລຂາໜ່ວຍຊາວໜຸ່ມອ້ອມຂ້າງສໍານັກງານ ແລະ ສະມາຊິກກອງທຶນພາຍໃນເມືອງເຂົ້າຮ່ວມ.
ສະຫາຍ ວັນເພັງ ສິນລະພອນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາບໍລິຫານງານຊາວໜຸ່ມເມືອງ ໄດ້ລາຍງານການຈັດຕັ້ງວຽກງານກອງທຶນໃນໄລຍະຜ່ານມາໂດຍຫຍໍ້ວ່າ: ປັດຈຸບັນເມືອງພູຄູນມີສະມາຊິກກອງທຶນທັງໝົດ 40 ສະຫາຍ, ຍິງ 12 ສະຫາຍ, ມາຮອດປັດຈຸບັນສາມາດເກັບເງິນກອງທຶນມອບໃຫ້ເແຂວງແມ່ນສຳເລັດ. ມີການປະຕິບັດນະໂຍບາຍໃຫ້ແກ່ສະມາຊິກກອງທຶນແມ່ນ 5 ສະຫາຍ, ຍິງ 4 ສະຫາຍ. ຈາກນັ້ນ ສະຫາຍ ວ່າຊົງ ເຮືອງຄຳໄຊລືຊົ່ງ ຜູ້ຮັບຜິດຊອບວຽກງານກອງທຶນຂັ້ນແຂວງ ກໍ່ໄດ້ ຜ່ານກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນສະບັບປັບປຸງໃໝ່ ປະກອບມີ 10 ໝວດ, 26 ມາດຕາ. ທັງນີ້ກໍ່ເພື່ອເປັນການສ້າງຈິດສໍານຶກເປັນເຈົ້າຕົນເອງ ໃນການເຕົ້າໂຮມຄວາມສາມັກຄີຂອງສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ, ພະນັກງານ-ລັດຖະກອນ, ເປັນການສົ່ງເສີມຫົວຄິດປະດິດສ້າງໃນການພັດທະນາຄ່ຽງຄູ່ກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາພົບຄວາມຫຍຸ້ງຍາກເຈັບເປັນ ແລະ ເສຍຊີວິດ ທັງເປັນການທ້ອນໂຮມເງິນ, ຄຸ້ມຄອງ, ນໍາໃຊ້ ແລະ ບໍລິຫານກອງທຶນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມເມືອງ. ໃນພິທີ ສະຫາຍ ອຸ່ນຄຳ ສຸວັນນະພັນ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ປະທານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນແຂວງ ຍັງໂອ້ລົມຕໍ່ສະມາຊິກກອງທຶນ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມໃຫ້ເຂົ້າກອງທຶນຫລາຍຂຶ້ນເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາການຈັດຕັ້ງ, ພັດທະນາການຈັດຕັ້ງກົມກອງຫ້ອງການ, ພັດທະນາຕົນເອງ ເຕົ້າໂຮມຄວາມສາມັກຄີຊາວໜຸ່ມດ້ວຍກັນໃນເວລາພົບຄວາມຈໍາເປັນ ແລະ ຫຍຸ້ງຍາກ.
Editor: ກຳປານາດ ລັດຖະເຮົ້າ