ການເຜີຍແຜ່ ເຊື່ອມຊຶມ ແນະນຳ ນິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານ ລັດວິສາຫະກິດໄຟຟ້າລາວໄດ້ຈັດຂຶ້ນໃນວັນທີ 22 ມີນາ 2018 ຜ່ານມາຢູ່ທີ່ ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວສາຂາ ແຂວງວຽງຈັນ, ໂດຍການເປັນກຽດຂຶ້ນເຜີຍແຜ່ຂອງ ສະຫາຍ ຈຳປາທອງ ວົງເດືອນ ເລຂາຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວສາຂາ ແຂວງວຽງຈັນ ເຂົ້າຮ່ວມຮັບຟັງການເຜີຍແຜ່ໃນຄັ້ງນີ້ມີບັນດາສະຫາຍໃນຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວສາຂາແຂວງວຽງຈັນ ເຂົ້າຮ່ວມ.ການເຜີຍແຜ່ໃນຄັ້ງນີ້ກໍເພື່ອແນໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ກົດລະບຽບຂອງພັກ ສະໄຫມທີ 10 ແລະ ທັງເປັນການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018 ) ແລະ ທັງເປັນການເຊີດຊູພັກປະຊາຊົນປະຕິວັດລາວໃນການນຳພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດຫມາຍສັງຄົມນິຍົມເພື່ອວາງຍຸດທະສາດໃນການກໍ່ສ້າງ ແລະ ປັບປຸງພັກເຮົາ ໂດຍຖືເອົາການກໍ່ສ້າງຫນ່ວຍພັກແຂງຮູ້ນຳພາຮອບດ້ານເປັນໃຈກາງ ແລະ ທັງເປັນການເສີມຂະຫຍາຍມູນເຊື້ອອັນດີງາມທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນຕະລາຍຕໍ່ພັກເຮົາເພື່ອແນ່ໃສເຮັດໃຫ້ພັກເຮົາມີຄວາມປອດໃສ,ເຂັ້ມແຂງ ແລະ ຫນັກແຫນ້ນເພື່ອຍົກສູງຄຸນນະພາບຂອງຫນ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງຫນ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງ ຮັບປະກັນໃຫ້ການນຳພາຂອງພັກ ຕອບສະຫນອງໄດ້ເຖິງຄວາມເລັ່ງທວງໃນການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃຫມ່ດັ່ງນັ້ນພັກເຮົາຈຶ່ງຕ້ອງມີຄວາມຈຳເປັນໃນການສ້າງຫນ່ວຍພັກ,ຄະນະຫນ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມສາດນຳພາຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ເອກສານທີ່ເຜີຍແຜ່ໃນຄັ້ງນີ້ມີ ເອກະສານ ຄຳສັ່ງວ່າດ້ວຍການເພີ່ທະວີການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ສະບັບເລກທີ 01/ກມສພ ລົງວັນທີ 3/1/2018, ມະຕິວ່າດ້ວຍມາດຕະຖານຂອງພະນັກງານການນຳພາ-ຄຸ້ມຄອງສະບັບເລກທີ 030/ກມສພ, ມະຕິວ່າດ້ວຍວຽກງານຄຸ້ມຄອງພະນັກງານສະບັບເລກທີ 031/ກມສພ ລົງວັນທີ 3/1/2018 ແລະ ມະຕິວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 032/ກມສພ ລົງວັນທີ 3/1/2018.
ແຫລ່ງຂ່າວ ຖວທ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ