ໃນວັນທີ 21 ມີນາ 2018 ຄະນະພັກຮາກຖານ,ກຳລັງປ້ອງກັນຄວາມສະຫງົບບໍລິການປະຊາຊົນຈຸດທີ 1 ກຸ່ມ 1 ວັງເວີນ ຮ່ວມກັບກອງບັນຊາການປ້ອງກັນຄວາມສະຫົງບເມືອງຊະນະສົມບູນ.ເປີດຊຸດຝຶກອົບຮົມໄລຍະສັ້ນໃຫ້ແກ່ອ້າຍນ້ອງກຳລັງ ປກສ ບ້ານ ທົ່ວກຸ່ມຂື້ນຢ່າງເປັນທາງການ,ພາຍໃຕ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ ທັງເປັນຜູ້ຊີ້ນຳວຽກງານກຸ່ມ 1 ວັງເວີນ, ພ້ອມດ້ວຍ ທ່ານ ພັນໂທ ວິຊຽນ ດວງຄຳ ກຳມະການພັກເມືອງ ຮັກສາການຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍທ່ານ ພັນຕີ ຫົງຄໍາ ສຸນັນທາ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານຊີ້ນຳກຸ່ມ 1, ມີເລຂາໜ່ວຍພັກບ້ານ,ອຳນາດການປົກຄອງ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ແລະ ອ້າຍນ້ອງກຳລັງປ້ອງກັນຄວາມສະຫງົບ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານທົ່ວກຸ່ມເຂົ້າຮ່ວມ 90 ສະຫາຍ.
ໂອກາດດຽວກັນນີ້ ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ ໃຫ້ກຽດມີຄໍາເຫັນໂອ້ລົມກ່າວເປີດພິທີ. ການຝຶກອົບຮົມວຽກງານປ້ອງກັນຄວາມສະຫງົບທົ່ວກຸ່ມໃນຄັ້ງນີ້:ສຸດທີ່ມີຄວາມໝາຍຄວາມສຳຄັນເພື່ອປະກອບສ່ວນເຮັດໃຫ້ກຳລັງຢູ່ທ້ອງຖີນຮາກຖານກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລະບຽບກົດໝາຍຂອງລັດ ໂດຍສະເພາະແນວທາງນະໂຍບາຍວຽກງານປ້ອງກັນຄວາມສະຫງົບ ກໍ່ຄືພາລະບົດບາດສິດ ແລະ ໜ້າທີ່ຂອງຕົນໃຫ້ໜັກແໜ້ນ ແລະ ເພື່ອສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ວາງຄາດໝາຍສູ້ຊົນ 1 ປີຕໍ່ໜ້າ ພ້ອມທັງແລກປ່ຽນປະກອບຄໍາຄິດຄຳເຫັນສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກິດຂື້ນໃນທ້ອງຖີ່ນຮາກຖານໃຫ້ທົ່ວເຖີງ ແລະ ໄດ້ຮັບການປັບປຸງແກ້ໄຂຕາມລະບຽບກົດໝາຍ ເວົ້່າລວມເວົ້າສະເພາະກໍ່ຄືເຮັດໃຫ້ກຸ່ມ 1 ວັງເວີນ ເມືອງຊະນະສົມບູນມີຄວາມສະຫົງບເປັນລະບຽບຮຽບຮ້ອຍ. ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ເຊື່ອມຊືມເອກະສານ 513-514 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ,ເອກະສານ 655/ປກສ ວ່າດ້ວຍການຈົດທະບຽນຄຸ້ມຄອງສຳມະໂນຄົວລາວ ແລະ ຄົນຕ່າງດ້າວ ແລະ ເອກະສານ 188/ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.ເຊີ່ງບັ້ນຝຶກອົບຮົມໃຫ້ກັບກຳລັງ ປກສ ບ້ານທົ່ວກຸ່ມ 1 ວັງເວີນ ໄລຍະສັ້ນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 1 ວັນ.
Editor: ກຳປານາດ ລັດຖະເຮົ້າ