ໃນລະຫວ່າງທີ 20-21 ມີນາ 2018 ໂຄງການພັດທະນາລະບົບນິເວດຊີວະນາໆພັນ ກະສິກໍາ ຢູ່ເຂດພູດອຍ ຕາບີ (TABI) ທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານວາງແຜນຈັດສັນ ແລະ ຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ແລະປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ ທີ່ຫ້ອງປະຊຸມສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ. ໂດຍການເປັນປະທານຂອງ ທ່ານ ຄໍາພອນ ຣາຊາຈັກ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ມີຊ່ຽວຊານປະຈໍາໂຄງການ, ບັນດາຜູ້ປະສານງານຂອງແຂວງເປົ້າໝາຍ ຂອງໂຄງການ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອນໍາສະເໜີ, ແລກປ່ຽນປະສົບການ ແລະບົດຮຽນທີ່ເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານວາງແຜນຈັດສັນ ແລະ ຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ແລະປ່າໄມ້ ແບບມີ ສ່ວນຮ່ວມຂັ້ນບ້ານ ທີ່ໄດ້ຮັບຜົນສໍາເລັດໃນໄລຍະຜ່ານມາ. ໂອກາດນີ້, ທ່ານ ໄພທູນ ພິລາກອນ ຮອງຫົວໜ້າ ສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ໄດ້ຂຶ້ນລາຍງານໃຫ້ຮູ້ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ວຽກງານທີ່ຜ່ານມາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ ພົບພໍ້ໃນການປະຕິບັດວຽກງານຕົວຈິງ ພ້ອມທັງວິທີແກ້ໄຂ ແລະ ຮູບແບບການປະກອບ ຄໍາຄິດເຫັນທີ່ຈໍາເປັນ ຕໍ່ການປັບປຸງວິທີຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ. ທັງນີ້ກໍ່ເພື່ອເປັນບ່ອນອີງໃຫ້ແກ່ ການປັບປຸງປື້ມຄູ່ມື ວຽກງານວາງແຜນຈັດສັນ ແລະ ຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ແລະປ່າໄມ້ ແບບມີສ່ວນ ຮ່ວມຂັ້ນບ້ານ ໃຫ້ມີຄຸນນະພາບ, ຖືກຕ້ອງ ແລະ ເປັນທີ່ຍອມຮັບໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້ານໍາອີກ.
ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ