ເພື່ອເປັນການສົ່ງເສີມວຽກງານຄຸ້ມຄອງ ພ້ອມທັງປຸງແຕ່ງສິນຄ້າ ທີ່ມາຈາກເຄື່ອງປ່າຂອງດົງ ສະນັ້ນ ເມື່ອບໍ່ດົນມານນີ້, ພະແນກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ກົມປ່າໄມ້ ໄດ້ຈັດກອງປະຊຸມກ່ຽວກັບການຄຸ້ມຄອງ ແລະ ປຸງແຕ່ງເຄື່ອງປ່າຂອງດົງ ເປັນສິນຄ້າ ແບບຍືນຍົງ ໃນ ສປປ ລາວ, ລະຫວ່າງ ກຸ່ມຜະລິດ ແລະ ພາກລັດ. ເຊີ່ງກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ມີ ທ່ານ ບົວລີ ພະເມືອງ ຮອງຫົວຫນ້າກົມປ່າໄມ້, ພ້ອມນີ້ເຂົ້າຮ່ວມຍັງມີຜູ້ຕາງຫນ້າຈາກກຊວງອຸດສະຫາກໍາ ແລະ ການຄ້າ, ກະຊວງສາທາລະນະສຸກ, ບັນດາພະນັກງານຂະແຫນງປ່າໄມ້ ຈາກ 10 ແຂວງເປົ້າຫມາຍ, ກຸ່ມຜູ້ປະກອບການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ເປົ້າຫມາຍໃນການຈັດກອງປະຊຸມ ແມ່ນເພື່ອເຮັດໃຫ້ກຸ່ມຜະລິດ ໄດ້ເຂົ້າໃຈດ້ານລະບຽບການ ແລະ ນະໂຍບາຍຂອງພັກ-ລັດ ຕໍ່ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງປ່າຂອງດົງແບບຍຶນນານ, ພ້ອມທັງປຶກສາຫາລືກ່ຽວກັບບັນຫາ ທີ່ອາດຈະເກີດຂື້ນ ຕໍ່ກົນໄກການຜະລິດ ແລະ ທາງອອກຮ່ວມກັນ. ໂອກາດນີ້ ປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນ ຂອງເຄື່ອງປ່າຂອງດົງ ທີ່ເປັນຊັບພະຍາກອນອັນລໍ້າຄ່າຂອງຊາດ ດັ່ງນັ້ນ ປະທານກອງປະຊຸມ ຈຶ່ງໄດ້ເນັ້ນໃຫ້ທຸກພາກສ່ວນ ກໍ່ຄືປະຊາຊົນໃນທ້ອງຖີ່ນ ພ້ອມກັນເອົາໃຈໃສ່ອະນຸລັກຮັກສາ ຄຽງຄູ່ກັບການປົກປັກຮັກສາປ່າໄມ້ ເພາະຕິດພັນກັບການດໍາລົງຊີວິດການເປັນຢູ່ຂອງປະຊາຊົນມາແຕ່ດົນນານ
Editor: ກຳປານາດ ລັດຖະເຮົ້າ