ເມື່ອບໍ່ດົນມານີ້ ທີ່ວັດລາວພຸດທະຄະຍາ, ປະເທດອິນເດຍ ໄດ້ຈັດງານບຸນພະເຫວດ ຂື້ນ, ເຊີ່ງປີນີh ແມ່ນເປັນຄັ້ງທີ 2 ຈຸດປະສົງເພື່ອເປັນການສຶບທອດວັດທະນະທໍາອັນດີງາມ ກໍ່ຄືຮິດຄອງປະເພນີ ທາງພຸດທະສາສະໜາ ທີ່ປະຕິບັດສຶບທອດກັນມາແຕ່ບູຮານນາການ, ແລະ ສິ່ງສໍາຄັນ ຍັງເປັນການເຕົ້າໂຮມຄວາມຮັກແພງ-ສາມັກຄີ ຂອງບັນດາຊາວພຸດລາວ ທັງພາຍໃນ ແລະ ຕ່າງປະເທດ ອຸ້ມຊູຊ່ວຍເຫລືອເຊີ່ງກັນ ແລະ ກັນ ໃນການສ້າງສາພັດທະນາ ສຶບທອດປະຕິບັດ ເຮັດໃຫ້ພຸດທະສາສະໜາ ຍືນຍົງຕະຫລອດໄປ.
ບຸນພະເຫວດ ບາງທ້ອງຖິ່ນເອີ້ນວ່າ: ບຸນມະຫາຊາດ ເປັນປາງບຸນຫນຶ່ງ ທີ່ມີຄວາມຫມາຍສໍາຄັນ ໂດຍເນັ້ນໃນເລື່ອງການຟັງເທດ-ຟັງທໍາ ເປັນສ່ວນໃຫຍ່, ກ່ຽວກັບມະຫາຊາດຊາດົກ ໃນການໃຫ້ສິນ-ໃຫ້ທານ. ການຈັດຕັ້ງປະຕິບັດບຸນພະເຫວດ ໃນເມື່ອກ່ອນ ຈັດເປັນເວລາ 3 ວັນ 3 ຄືນ, ພ້ອມທັງມີການຄົບງັນ ແລະ ການສະແດງແບບພື້ນເມືອງ ໃນແຕ່ລະທ້ອງຖີ່ນ, ການສະແດງສິລະປະວັນນະຄະດີ, ການສະແດງລໍາເລື່ອງ ແລະ ອື່ນໆ. ບຸນພະເຫວດ ຖືໄດ້ວ່າ ເປັນບຸນປາງໃຫຍ່ຂອງຊາວບ້ານ ແລະ ຫນັງສືທີ່ໃຊ້ເທດ ແມ່ນຫນັງສືພະເຫວດ ທີ່ມີສັບສໍານວນ ການເທດ ທີ່ຟັງແລ້ວມ່ວນຫູ ອ່ອນຊ້ອຍ ເຂົ້າໃຈງ່າຍໃນເລື່ອງລາວ ຂອງພະເຫວດ.
ການເຮັດບຸນພະເຫວດ ມັກນິຍົມຈັດຕັ້ງປະຕິບັດກັນ ໃນເດືອນ 4 - ເດືອນ 6 ລາວ, ເຊີ່ງມູນເຫດການເຮັດບຸນພະເຫວດ ໃນຕໍານານ ມະໄລ ຫມື່ນ-ມະໄລແສນ ໄດ້ກ່າວວ່າ: ພຣະມະໄລ ເຖລະເຈົ້າ ໄດ້ຂື້ນໄປຍັງຊັ້ນດາວວະດຶງຊັ້ນຟ້າ ເພື່ອໄປໄຫວ້ພະທາດ ເກດແກ້ວ ຈຸນລະມະນີ ເທິງສະຫວັນແລະ ກໍ່ໄດ້ພົບເຫັນ ກັບພຣະອະລິຍະເຈົ້າ ຫລື ພະອະລິຍະເມດໄຕ, ຕ່າງຝ່າຍ ຕ່າງໄດ້ໂອລົມສົນທະນາກັນ, ໃນເລື່ອງບັນຫາຕ່າງໆ ເຊີ່ງພຣະມະໄລ ໄດ້ທູນຖາມ ພະສີອະລິຍະເມດໄຕ ວ່າ: ມະນຸດໃນໂລກນີ້ ຈະເຮັດບຸນກຸສົນອັນໃດ ຈີ່ງຈະໄດ້ພົບສາດສະຫນາຂອງພຣະສິ ອະລິຍະເມດໄຕ, ສ່ວນຝ່າຍພຣະສິອະລິຍະເມດໄຕ ໄດ້ກ່າວວ່າ: ໃຫ້ມະນຸດສາໂລກ ໄດ້ເຮັດບຸນຟັງເທດ-ຟັງທໍາ ເລື່ອງພະເຫວດສັນດອນ ໃຫ້ຈົບໃນວັນຫນຶ່ງ-ວັນດຽວ ຈິ່ງຈະໄດ້ມີໂອກາດພົບກັບ ພຣະສິອະລິຍະເມດໄຕ. ແລະ ຫລັງຈາກນັ້ນມາ ຈິ່ງໄດ້ມີການເຮັດບຸນພະເຫວດ ແລະ ສຶບທອດປະຕິບັດກັນມາ ພ້ອມທັງຟັງເທດຟັງທໍາ ເລື່ອງພະເຫວດສັນດອນ ມາຈົນເຖິງເທົ່າທຸກວັນນີ້. ບຸນພະເຫວດ ໄດ້ຖືກຈັດໃຫ້ນອນຢູ່ໃນ ຮິດ 12 ງານບຸນທາງສາດສະຫນາ ຂອງລາວ ເຊິ່ງເປັນຮິດທີ 4 ຫລື ເອີ້ນວ່າ: ບຸນເດືອນ 4 ລາວນັ້ນເອງ. ພິທີເຮັດບຸນພະເຫວດ ຫລື ເທດພະເຫວດ ຈະແບ່ງຫນັງສືອອກເປັນກັນ ເພື່ອແບ່ງໃຫ້ກັບພະສົງ ທີ່ຈະມາຮ່ວມເທດ ເລື່ອງພະເຫວດ, ພ້ອມກັນນັ້ນ ກໍ່ໄດ້ມີການຕົບແຕ່ງປະດັບປະດາ ວັດ ແລະ ສະຖານທີ່ ຢ່າງຈົບງາມ. ພໍເຖິງມື້ ເວລາສົມຄວນຈິ່ງໄດ້ມີພິທີແຫ່ພະເຫວດ ເຂົ້າເມືອງ ໂດຍມີການຈໍາລອງເຫດການ ໃຫ້ສົມຈິງ ກັບຕົວລະຄອນໃນເລື່ອງພະເຫວດສັນດອນ. ພ້ອມກັນນັ້ນ ກໍ່ຍັງມີຫລາຍໆຂັນຕອນ ທີ່ຕ້ອງໄດ້ເຮັດຢ່າງຖືກຕ້ອງ, ບໍ່ວ່າຈະເປັນ ເຄື່ອງຂອງທານ ແມ່ນຕ້ອງກະກຽມໃຫ້ຄົບຖ້ວນ ເພື່ອໃຫ້ມີຄວາມສັກສິດ. ຫລັງຈາກນັ້ນ ແມ່ນໄດ້ແຫ່ມາວັດ ທໍາພິທີທາງສາດສະຫນາ ແລະ ຄົບງັບ ຕະຫລອດຄືນ, ມີການຟັງເທດ-ຟັງທໍາ ແລະ ລໍາພະເຫວດ ໂດຍຜັດປ່ຽນກັນ ຕາມກັນເທດຕ່າງໆ ນອກຈາກນັ້ນ ຍັງມີການແຫ່ເຂົ້າພັນກ້ອນ
ບຸນພະເຫວດ ຫຼື ບຸນມະຫາຊາດ ແມ່ນບຸນຟັງເທດລຳພະເຫວດ ໃນລຳມະຫາຊາດ ປະກອບດ້ວຍຄາຖາ 1000 ພະຄາຖາ ເປັນເລື່ອງຍືດຍາວຟັງມ່ວນ ໃນເລື່ອງມີຂໍ້ປະຫວັດ ປະຕິບັດຫຼາຍແນວ ມີທັງສ່ວນເລິກ ແລະ ສ່ວນຕື້ນ ຟັງແລ້ວເກີດສັດທາ ເກີດຄວາມເຫຼື້ອມໃສ
Editor: ກຳປານາດ ລັດຖະເຮົ້າ