ເພື່ອເປັນການກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດໃຫ້ແກ່ໂຄງການ ພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ດັ່ງນັ້ນ, ກົມຊົນລະປະທານ ຈິ່ງໄດ້ຈັດກອງປະຊຸມຄະນະຊີ້ນໍາ ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ຂື້ນ ເມື່ອບໍ່ດົນຜ່ານມານີ້. ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມມີຜູ້ຕາງຫນ້າຈາກກະຊວງການເງິນ, ມີບັນດາຫົວຫນ້າຫ້ອງການກະຊວງ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ຫົວຫນ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ໃນການຈັດກອງປະຊຸມ ຄັ້ງນີ້ ເພື່ອລາຍງານຄວາມຄຶບຫນ້າໃນການກະກຽມຈັດຕັ້ງປະຕິບັດ ຂອງໂຄງການ, ພ້ອມກັນນັ້ນ ຍັງໄດ້ຮັບຟັງການລາຍງານ ຈາກຜູ້ປະສານງານໂຄງການ ກ່ຽວກັບຜົນການລົງກວດກາ ອອກແບບການກໍ່ສ້າງຊົນລະປະທານ, ບົດລາຍງານແຜນການນໍາໃຂ້ງົບປະມານໂຄງການ ລວມໄປເຖິງ ການນໍາໃຊ້ທຶນສົມທົບຂອງລັດຖະບານ. ນອກນັນ ຍັງໄດ້ຮັບຟັງການລາຍງານຜົນກະທົບທາງດ້ານສິ່ງເວດລ້ອມ ອີກດ້ວຍ.
ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫລືອທາງດ້ານເງິນກູ້ຍືມ ຈາກກອງທຶນພັດທະນາເສດຖະກິດ - ການຮ່ວມມື ແລະ ທະນາຄານ ຂາອອກ-ຂາເຂົ້າ ແຫ່ງ ສາທາລະນະລັດ ເກົາຫລີ, ໃນມູນຄ່າ 46 ລ້ານໂດລ້າສະຫາລັດ, ແລະ ຍັງມີທຶນສົມທົບ ຈາກລັດຖະບານ ສປປ ລາວ ຈໍານວນ 7 ລ້ານໂດລ້າສະຫາລັດ. ເຊີ່ງມີໄລຍະການຈັດຕັ້ງປະຕິບັດ ນັບແຕ່ປີ 2017 ເຖິງປີ 2022 ຄາດຄະເນຈະສະຫນອງນໍ້າໃຫ້ເນື້ອທີ່ການຜະລິດກະສິກໍາ ໄດ້ເຖິງ 2.900 ເຮັກຕາ ຢູ່ຂົງເຂດເມືອງຈໍພອນ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ.
ໃນກອງປະຊຸມໄດ້ປຶກສາຫາລື ພ້ອມທັງປະກອບຄໍາຄິດຄໍາເຫັນ ຢ່າງກົງໄປ-ກົງມາ ນອກນັ້ນທ່ານ ປະທານກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າ ວິເຄາະ-ວິໄຈບັນຫາການອອກແບບກໍ່ສ້າງ ແລະ ນໍາໃຊ້ງົບປະມານ ໃຫ້ຖືກຕ້ອງຕາມລະບຽບການນໍາໃຂ້ງົບປະມານ ຂອງຜູ້ໃຫ້ທຶນ ແລະ ກະຊວງການເງິນວາງອອກ.
Editor: ກຳປານາດ ລັດຖະເຮົ້າ