ເມື່ອບໍ່ດົນນີ້ຢູ່ທີ່ ສູນຝຶກອົບຮົມ ICTC ( ຫຼັກ 5 ) ໄດ້ມີພິທີເປີດສໍາມະນາວ່າດ້ວຍ ການສົ່ງເສີມວຽກງານຮັບປະກັນຄຸນນະພາບໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີກໍ່ສ້າງ ຂົວທາງ ຂຶ້ນ ໂດຍໃຫ້ກຽດເປັນປະທານຮ່ວມນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ທາເກຊິ ຮີກິຮ່າລະ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງຫົວໜ້າກົມສັງລວມນະໂຍບາຍ, ກະຊວງ ທີ່ດິນພື້ນຖານໂຄງລ່າງ ຂົນສົ່ງ ແລະ ການທ່ອງທ່ຽວ ຂອງຍີ່ປຸ່ນ, ມີຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ. ມີບັນດາທ່ານ ຫົວໜ້າກົມ, ທ່ານຮອງຫົວໜ້າກົມ, ບັນດາທ່ານຜູ້ຕາງໜ້າຈາກລັດວິສາຫະກິດອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານຜູ້ຕາງ ໜ້າຈາກບັນດາບໍລິສັດ, ທ່ານຜູ້ຕາງໜ້າອົງການ ໄຈກ້າ ປະຈຳ ສປປ ລາວ ເຂົ້າຮ່ວມ.
ລັດຖະບາຍນຍີ່ປຸ່ນໄດ້ສະໜັບສະໜູນລັດຖະບານລາວ ໃນການປະຕິບັດນະໂຍບາຍເຊື່ອມໂຍງ ແລະ ເຊື່ຶອມຈອດ ດ້ານຄົມມະນາຄົມ-ຂົນສົ່ງ ກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ. ໂດຍສະເພາະ ໄດ້ຊ່ວຍເຫຼືອດ້ານການ ພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເພື່ຶອສະໜັບສະໜູນໂຍບາຍຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດບໍລິການທາງຜ່ານ ຂອງອະນຸພາກພື້ນ ໃຫ້ປະກົດຜົນເປັນຈິງ. ໃນຊຸມປີຜ່ານມາໄດ້ມີຫຼາຍໂຄງການ ທິີ່ຢັ້ງຢືນເຖີງຜົນສຳເລັດຂອງການຊ່ວຍເຫຼືອດັ່ງກ້າວເຊັ່ນ: ໂຄງການກໍ່ສ້າງຂົວ 51 ແຫ່ງ ຕາມເສັ້ນທາງເລກ 13 ໃຕ້, ໂຄງການກໍ່ສ້າງຂົວຂ້າມນ້ຳຂອງປາກເຊ, ໂຄງການຍົກລະດັບທາງເລກ 9 ໃຫ້ສາມມາດຮອງຮັບນ້ຳໜັກການບັນທຸກ 11 ໂຕນຕໍ່ເພົາ ຕາມມາດຕະຖານຂອງອາຊຽນ, ຂົວນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາ ຫານ, ໂຄງການກໍ່ສ້າງຕະຝັ່ງເຈື້ອນ, ໂຄງການຂະຫຍາຍນ້ຳປະປາ ແລະ ອື່ນໆ. ນັບແຕ່ປີ 2016 ເປັນຕົ້ນມາໄດ້ສຳ ເລັດ ແລະ ເປີດນຳໃຊ້ຂົວຂ້າມນ້ຳເຊກອງ ໃນວັນທີ 12 ກຸມພາ 2018 ຜ່ານມານີ້ ແລະ ໂຄງການຂະຫຍາຍອາຄານ ສະໜາມບິນສາກົນວັດໄຕ ໄລຍະ 2 ທີກຳລັງກໍ່ສ້າງ ໂດຍຄາດວ່າຈະສຳເລັດໃນທ້າຍເດືອນ ມິຖຸນາ 2018 ແລະ ໂຄງການ ກໍ່ສ້າງຂົວ 2 ແຫ່ງ ຕາມເສັ້ນທາງເລກ 9.
ຜົນສຳເລັດຂອງບັນດາໂຄງການດັ່ງກ່າວມານີ້ ໄດ້ເຮັດໃຫ້ການໄປມາຫາສູ່ ຂອງປະຊາຊົນ, ການແລກປ່ຽນສິນຄ້າ, ການທ່ອງທ່ຽວ ໄດ້ມີຄວາສະດວກຫຼາຍຂື້ນ, ທັງເປັນເງື້ອນໄຂພື້ນຖານໃນ ການດືງດູດການລົງທືນ ຂອງຕ່າງປະເທດ ມາສູ່ ສປປ ລາວ ແລະ ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການຍົກ ສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ກໍ່ຄືການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໃຫ້ຫຼຸດພົ້ນ ອອກຈາກສະຖານະການດອຍພັດທະນາຕາມແຜນການທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ