ຫໍປະຊຸມແຫ່ງຊາດ ຮ່ວມກັບ ພະແນກສຶກສາ ແລະ ກິລາ, ສະມາຄົມຮ່ວມນໍາໃຈເດັກນ້ອຍລາວ ແລະ ພາກສ່ວນກ່ຽວຂອງ ໄດ້ຖະແຫລງຂ່າວ ກ່ຽວກັບ ການກະກຽມຈັດງານ ບຸນນິທັດສະການປືກ 2018 ຂື້ນ ທີ່ສະມາຄົມນັກຂ່າວ ແຫ່ງສປປລາວ. ງານບູນນິທັດສະການປື້ມ ແມ່ຈະໄດ້ມີການຈັດຂື້ນໃນທຸກໆປີ ເພຶ່ອເປັນການສົ່ງເສີມການອ່ານ ແລະ ເຮັດໃຫ້ເດັກ, ພໍ່ແມ່, ພະສົງສາມະເນນ ແລະ ທຸກຄົນໃນທົ່ວສັງຄົມໄດ້ຮັບຮູ້ເຖິງວຽກງານສົ່ງເສີມການອ່ານ ແລະ ການຈັດພີມປື້ມສໍາລັບເດັກ, ປື້ມທໍາມະ ແລະ ປືກມອ່ານທົ່ວໄປ ໃຫ້ທຸກຄົນຫັນມາສົນໃຈ ແລະ ເຫັນເຖິງຄວາມຈໍາເປັນຂອງການອ່ານ ໃຫ້ທຸກຄົນໄດ້ມີໂອກາດສໍາພັດ ແລະ ຊຶມຊັບເອົາຄວາມມ່ວນ ອອນຊອນ, ຄະຕິທໍາ ແລະ ສາລະຄວາມຮູ້ເພື່ອສົ່ງເສີມໃຫ້ທຸກຄົນ ໃນຄອບຄົວ, ໃນໂຮງຮຽນ, ໃນວັດ ແລະ ໃນທົ່ວສັງຄົມ ມີຄວາມສົນໃຈ ແລະ ມັກໃນການອ່ານຫຼາຍຂື້ນ ທັງເປັນການຊຸກຍູ້ ແລະ ເສີມຂະຫຍາຍຜົນງານ ແລະ ສື່ສິ່ງພີມ ທີ່ເປັນມູນເຊື້ອ ແລະ ພູມປັນຍາຂອງຄົນລາວ.
ງານດັ່ງກ່າວຈະໄດ້ຈັດຂື້ນຕັ້ງແຕ່ວັນທີ 23 ຫາ 24 ມີນາ 2018 ທີ່ຫໍສະໝຸດແຫ່ງຊາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ ເປີດໂລກ ເປີດໃຈ ເປີດປື້ມອ່ານ ເປີດຈີນຕະນາການ, ເພື່ອເປັນການສົ່ງເສີມການອ່ານ, ການຂຽນ, ການພີມຈໍາໜ່າຍ ສື່ສິ່ງພີມພາຍໃນປະເທດ , ເຮັດໃຫ້ງານເປັນເວທີສົນທະນາ ການພົບປະແລກປ່ຽນ ລະຫວ່າງ ຜູ້ອ່ານ ແລະ ຜູ້ຂຽນ ເພື່ອສ້າງກິດຈະກໍາຕ່າງໆ ກ່ຽວກັບການອ່ານ, ການຂຽນ ການແຕ້ມຮູບ ໂດຍໃຫ້ມວນຊົນໄດ້ມີສ່ວນຮ່ວມ ແລະ ໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບປື້ມອ່ານ ຄາດວ່າຈະມີຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາທ່ຽວຊົມ ພາຍໃນງານຫລາຍກວ່າ 2000 ຄົນ ຈາກ 40 ໂຮງຮຽນ ແລະ ມວນຊົນຈາກສັງຄົມຈໍານວນຫລາຍ ປະກອບກັບການສ້າງກິດຈະກໍາຕ່າງໆ ທີ່ເຮັດໃຫ້ງານມີສີສັນ, ເປັນເວທີໃຫ້ແກ່ການພົບປະແລກປ່ຽນ ຜູ້ອ່ານ - ຜູ້ຂຽນ ພ້ອມທັງເປັນການປູກຈິດສໍານຶກໃຫ້ແກ່ນ້ອງນຸ່ງ - ລູກຫຼານ ໃຫ້ມີຈິດໃຈມັກຮັກໃນການສຶກສາ ຄົ້ນຄົ້ວ-ຮໍ່າຮຽນ ແລະ ສ້າງແຮງບັນດາໃຈໃຫ້ແກ່ຜູ້ ທີ່ເຂົ້າມາທ່ຽວຊົມພາຍໃນງານອີກດ້ວຍ.
ພາຍໃນງານແມ່ນຈະມີການວາງສະແດງ ແລະ ຈໍາໜາຍປື້ມຈາກຫລາຍພາກສ່ວນ ເຂົ້າຮ່ວມໃນງານ ແລະ ມີການສາທິດຈານໃບລານທີ່ຫາເບິ່ງໄດ້ຍາກ, ການນໍາສະເໜີປື້ມ, ການສະແດງລະຄອນຈາກປື້ມ, ການແຂ່ງຂັນອ່ານກາບກອນ, ເລົ່ານິທານ ແລະ ສະແດງລະຄອນ, ການສະແດງລະຄອນຄໍາກອນ ສັງສີນໄຊ, ສູດສາລະພັນ, ເທດ, ແຫຼ່ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ