ພິທີມອບ-ຮັບ ໃບຢັ້ງຢືນໃຫ້ແກ່ໜ່ວຍພັກສານປະຊາຊົນ ແຂວງອຸດົມໄຊ ເປັນໜ່ວຍພັກເຂັ້ມແຂງຮອບດ້ານ ປະຈຳປີ 2017 ແລະ ເປັນປີທີ 6 ຕິດຕໍ່ກັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງປະຊຸມຂອງໜ່ວຍພັກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ,ຮອງເຈົ້າແຂວງອຸດົມໄຊ,ມີ ທ່ານ ມໍຊົງ ກໍາມະການພັກແຂວງ,ເລຂາໜ່ວຍພັກ,ປະທານສານປະຊາຊົນແຂວງ, ມີບັນ ດາຕາງໜ້າຄະນະພັກ ຈາກຂະແໜງການອ້ອມຂ້າງ ແລະ ສະມາຊິກພັກພາຍໃນໜ່ວຍພັກສານປະຊາຊົນແຂວງອຸດົມໄຊ ເຂົ້າຮ່ວມ.
ນັບຕັ້ງແຕ່ໜ່ວຍພັກສານປະຊາຊົນແຂວງອຸດົມໄຊ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ 4 ຂອງຕົນ ໃນຕົ້ນປີ 2016 ເປັນຕົ້ນມາ ທາງຄະນະພັກ,ຄະນະນຳຂອງສານ ໄດ້ເອົາໃຈ ໃສ່ຊີ້ນຳ ນໍາພາສະມາຊິກພາຍໃນໜ່ວຍພັກຂອງຕົນເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານການກໍ່ສ້າງໜ່ວຍພັກເຂັ້ມແຂງ ທັງ 4 ດ້ານ ແລະ 5 ເນື້ອໃນ ຮູ້ນໍາພາຮອບດ້ານ ຢ່າງຕັ້ງໜ້າ ໂດຍລວມແລ້ວແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມລະດັບຄາດຫມາຍ ເປັນຕົ້ນແມ່ນດ້ານການເມືອງ ປະຕິບັດໄດ້ລື່ນຄາດໝາຍ 2%, ດ້ານແນວຄິດ ປະຕິບັດໄດ້ 95% ,ດ້ານການຈັດຕັ້ງ ປະຕິບັດໄດ້ລື່ນຄາດຫມາຍ 2% ແລະ ດ້ານແບບແຜນວິທີນຳພາ ສາມາດຈັດຕັ້ງປະຕິບັດໄດ້ ລື່ນຄາດຫມາຍ 1% ສະເລ່ຍການຈັດຕັ້ງປະຕິບັດທັງ 4 ດ້ານ ເທົ່າກັບ 97,75% ລື່ນຄາດຫມາຍ 1,7%. ສ່ວນວຽກງານ 5 ເນື້ອໃນຮູ້ນໍາພາຮອບດ້ານ ເຊັ່ນ ຮູ້ນຳ ພາທາງດ້ານການເມືອງ ແນວຄິດ,ດ້ານວິຊາສະເພາະ,ການພັດ ທະນາເສດຖະກິດ ແລະ ວັດທະ ນາທຳ ສັງຄົມ,ດ້ານການປັບປຸງອົງການຈັດຕັ້ງມະຫາ ຊົນ,ດ້ານວຽກງານປ້ອງກັນຕົວ ແລະ ປ້ອງກັນພາຍໃນ ແລະ ຮູ້ນໍາພາດ້ານການປັບປຸງກໍ່ສ້າງພາຍໃນພັກ ພະນັກງານ ລ້ວນແລ້ວແຕ່ປະຕິບັດໄດ້ລື່ນຄາດ ຫມາຍທີ່ກຳນົດໄວ້ ສະເລ່ຍ ໄດ້ 97,19% ລື່ນຄາດຫມາຍ 2,19% ດັ່ງນັ້ນ ຈຶ່ງເຮັດໃຫ້ໜ່ວຍພັກ ສານປະ ຊາຊົນແຂວງອຸດົມໄຊ ໄດ້ຮັບການຢັ້ງຢືນຈາກຄະນະປະຈຳພັກແຂວງ ເປັນໜ່ວຍພັກເຂັ້ມ ແຂງຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ເປັນປີທີ 6 ຕິດຕໍ່ກັນ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ພ້ອມທັງມີພິທີມອບ ຮັບໃບຢັ້ງຢືນດັ່ງກ່າວໃຫ້ແກ່ໜ່ວຍພັກສານປະຊາຊົນແຂວງ ເຊິ່ງໃຫ້ກຽດມອບໂດຍ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ,ຮອງເຈົ້າແຂວງອຸດົມໄຊ ແລະ ຮັບໂດຍທ່ານ ມໍຊົງ ກໍາມະການພັກແຂວງ,ເລຂາໜ່ວຍພັກ,ປະທານສານປະຊາຊົນແຂວງ ພ້ອມຄະນະ.
ໂອກາດດັ່ງກ່າວ ໃນພິທີຍັງໄດ້ຮັບຟັງ ການຜ່ານຮ່າງທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກເຂັ້ມແຂງ ຮູ້ນຳພາຮອບດ້ານ ປະຈຳປີ 2018 ແລະ ການໂອ້ລົມໃຫ້ທິດຊີ້ນຳ ຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ,ຮອງເຈົ້າແຂວງ ຕື່ມອີກ
ຂອບໃຈ ທີມຂ່າວ ແຂວງອຸດົມໄຊ
Editor: ກຳປານາດ ລັດຖະເຮົ້າ