ກາງເດືອນມີນາ 2018 ຜ່ານມານີ້, ຢູ່ທີ່ ເດີນໂຮງຮຽນມັດທະຍົມສຶກສາບ້ານຜາຕັ້ງ ກຸ່ມບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດກິດຈະກຳ ແຫ່ບຸນພະເຫວດຂຶ້ນ, ໂດຍມີອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຊາວພຸດທະສະນິກະຊົນ ພ້ອມດ້ວຍ ລູກຫລານ ພາຍໃນກຸ່ມບ້ານຜາຕັ້ງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟຶ້ນ.
ບຸນພະເຫວດ ຫຼື ບຸນມະຫາຊາດ ແມ່ນບຸນຟັງເທດລຳພະເຫວດ ໃນລຳມະຫາຊາດ ປະກອບດ້ວຍຄາຖາ 1000 ພະຄາຖາ ເປັນເລື່ອງຍືດຍາວຟັງມ່ວນ ໃນເລື່ອງມີຂໍ້ປະຫວັດ ປະຕິບັດຫຼາຍແນວ ມີທັງສ່ວນເລິກ ແລະ ສ່ວນຕື້ນ ຟັງແລ້ວເກີດສັດທາ ເກີດຄວາມເຫຼື້ອມໃສ ແລະ ນິຍົມຈັດຂຶ້ນໃນເດື່ອນສີ່ລາວ ທຸກປີ ໂດຍມີຈຸດປະສົງຂອງການຈັດງານບຸນພະເຫວດໃນຄັ້ງນີ້ ກໍ່ເພື່ອເປັນການອະນຸລັກ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງປະຊົນບັນດາເຜົ່າໄວ້ໃຫ້ຍືນຍາວ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ພົບປະສ້າງສັນກັນ ລະຫວ່າງ ບ້ານຕໍ່ບ້ານ ພ້ອມນັ້ນ ກໍ່ເພື່ອເປັນການນຳເອົາວັດຖຸທານຕ່າງໆ ໄປປະຕິສັງຂອນວັດວາອາຮາມ ບ້ານຜາຕັ້ງ ທີ່ບໍ່ທັນສຳເລັດ ຄຽງຄູ່ກັນນັ້ນກໍ່ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມບ້ານຜາຕັ້ງ ກໍ່ຄືເມືອງວັງວຽງ ໃຫ້ນັບມື້ຫຼາຍຂຶ້ນ.
ເຊິ່ງເລີ່ມແຫ່ຂະບວນ ພະເຫວດ ແຕ່ ເດີນໂຮງຮຽນມັດທະຍົມສຶກສາ ບ້ານຜາຕັ້ງ ຫາວັດໂພຄຳໄຊສີລາຣາມບ້ານຜາຕັ້ງ ເຊິ່ງມີໄລຍະ 3 ກິໂລແມ໋ດ.
ມື້ຕໍ່ມາ, ກໍ່ຍັງໄດ້ມີພິທີຕັກບາດ ແລະ ແຫ່ຫົດ ພຣະຍາຊາ ພຣະຍາຊາອານຸລັກ ທັມມະວົງ ເຈົ້າອະທິການວັດໂພຄຳ ໄຊສີລາຣາມ ບ້ານຜາຕັ້ງ ເປັນ ພຣະອາຈານ ອານຸລັກ ທັມມະວົງ ເຈົ້າອະທິການວັດໂພຄຳ ໄຊສີລາຣາມ ບ້ານຜາຕັ້ງຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ