ດ້ວຍຄວາມເປັນຫວ່ງເປັນໃຍຂອງພັກ-ລັດ ຕໍ່ການດໍາລົງຊິວິດຂອງພໍ່ແມ່ປະຊາຊົນ ໂດຍສະເພາະຂົງເຂດຫ່າງໄກສອກຫລີກ ທຸລະກັນດານ, ດັ່ງນັ້ນໃນກາງເດືອນມີນາ 2018 ນີ້, ທ່ານ ປະລິນຍາເອກ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ, ຮອງເລາຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະທິມງານຂັ້ນແຂວງ, ຂັ້ນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຈຸດສຸມບ້ານຜາບັງ-ຊຽງຕູບ, ຈຸດສຸມຜາບັງ-ຊຽງຕູບ ກວມ 2 ກຸ່ມບ້ານ ຄື ກຸ່ມຜາບັງແລະ ກຸ່ມຊຽງຕູບ ມີ10ບ້ານທ້ອນໂຮມ, ຈໍານວນ 770 ຄົວເຮືອນ, ມີ 4.433 ຄົນ, ຍີງ 2.240 ຄົນ,ອາຊີບຕົ້ນຕໍປູກຝັງລ້ຽງສັດ, ມີ 2 ຊົນເຜົ່າ ຄື: ເຜົ່າຕຣີ ແລະ ເຜົ່າມັງກອງ, ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີເຄື່ອງອຸປະໂພກຜ້າຫົ່ມ, ເຄື່ອງນຸ່ງ, ເຄື່ອງບໍລິໂພກມີແຫ້ງ, ປ໋ອງປາ, ນໍ້າປາ, ເກືອໄອໂອດີນ, ແລະ ອື່ນໆ, ເຄື່ອງອຸປະກອນການຮຽນການສອນບິກ,ສໍ,ບັນທັດ, ປື້ມຂຽນ ແລະ ເຄື່ອງກິລາບານເຕະ,ກະຕໍ້ເຫວາຍ ແລະ ອື່ນໆ , ຊື່ງໄດ້ມາຈາກການລະດົມຈາກຫລາຍພາກສ່ວນໂດຍສະເພາະບັນດາພະແນກການຕ່າງໆອອ້ມຂ້າງ, ນັກທຸລະກິດ, ບຸກຄົນ, ໂດຍແມ່ນ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ເປັນຜູ້ກ່າວມອບ, ຕາງໜ້າເມືອງ, ຈຸດສຸມ, ບ້ານ, ຄູອາຈານຂື້ນຮັບ ໂດຍຊ້ອງໜ້າຄະນະທິມງານ, ບັນດາພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເປັນສັກຂີພິຍານນໍາດ້ວຍ
ຫລັງຈາກນັ້ນ ທ່ານ ຮອງເຈົ້າແຂວງ ກໍ່ໄດ້ພົບປະໂອ້ລົມຄະນະການນໍາຂອງເມືອງ, ຈຸດສຸມ, ຄູອາຈານ, ນັກຮຽນພ້ອມດ້ວຍພໍ່ແມ່ປະຊາຊົນ, ກອງຮ້ອຍທະຫານຊາຍແດນ ສາມສອງຫນື່ງ (321) ແລະ ທະຫານຊາຍແດນເຂດລະວິງ ຈົ່ງພ້ອມກັນເອົາໃຈໃສ່ກໍາແໜ້ນກ່ຽວກັບແນວທາງຂອງພັກ-ລັດ,ເອົາໃຈໃສ່ຊີ້ນໍາໆພາພໍ່ແມ່ປະຊາຊົນ ນໍາໃຊ້ທ່າແຮງທີ່ມີໃນການຜະລິດກະສີກໍາປູກຝັງລ້ຽງສັດ ຜະລິດເປັນສິນຄ້າ, ຕ້ານແລະສະກັດກັ້ນປະກົດການຫຍໍ້ທໍ້ບັນຫາຢາເສບຕິດ, ການຄ້າຂາຍເຖືອນ ,ສະກັດກັ້ນ ການລັກລອບເຂົ້າອອກເມືອງທີ່ຜິດກົດໝາຍ, ເປັນເຈົ້າການໃນການປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊຸກຍູ້ ແລະ ສົ່ງເສີມເດັກໃນເກນອາຍຸ ໃຫ້ເຂົ້າໂຮງຮຽນ100%, ຈາກນັ້ນ ຄະນະທິມງານຂັ້ນແຂວງ, ຂັ້ນເມືອງ ກໍ່ໄດ້ໄປຢ້ຽມຢາມເສັ້ນທາງຕັດຕາຜ່າ ລະຫວ່າງ ເຂດຜາບັງ ໄປຫາ ລະໂກ,ເຂດປັກຫລັກໝາຍຊາຍແດນ 584 ເບື້ອງລາວ 585ເບື້ອງຫວຽດ, ຢ້ຽມຢາມກອງຮ້ອຍທະຫານຊາຍແດນຊຽງຕູບ ສາມສອງຫນື່ງ (321) ແລະ ເຂດລະວິງ ພ້ອມທັງມອບເຄື່ອງຊ່ວຍເຫລືອໃຫ້ທະຫານ ແລະ ພໍ່ແມ່ປະຊາຊົນບ້ານຊຽງຕູບ ອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ