ໃນວັນທີ 15 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະໂມສອນ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີປາຖະຄາຖາ ວັນສ້າງຕັ້ງພັກ ຄົບຮອບ 63 ປີ ແລະ ວັນເສຍອົງຄະ, ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 72 ປີ ໂດຍການເປັນປະທານຂອງທ່ານ ນາງ ກົງໃຈ ໄຊປັນຍາ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ທະຫານ, ຕໍ່າຫຼວດ, ສະ ມາຊິກພັກໃນທົ່ວເມືອງ ເຂົ້າຮ່ວມ.
ໃຫ້ກຽດປາຖະກາຖາ ໂດຍທ່ານ ນາງ ກົງໃຈ ໄຊປັນຍາ ໄດ້ຜ່ານເອກະສານ ວັນສ້າງຕັ້ງພັກ ຄົບຮອບ 63 ປີ ແລະ ວັນເສຍອົງຄະ, ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 72 ປີ ຢ່າງລະອຽດ, ເພື່ອລະນຶກເຖີງ ຜົນງານການນໍາພາຂອງພັກ ແລະ ການເສຍສະຫລະອັນຍິ່ງໃຫ່ຍ ທີ່ອົງອາດກ້າຫານ ຂອງປະຊາຊົນບັນດາເຜົ່າ ທີ່ໄດ້ຕໍ່ສູ້ປົດປ່ອຍຊາດ ພ້ອມກັນນັ້ນ ກໍ່ເພື່ອເປັນການໂຄສະນາສຶກສາ ອົບຮົມການເມືອງແນວຄິດໃຫ້ກັບບັນດາພະນັກງານ, ສະມາຊິກພັກ ເພື່ອເຮັດໃຫ້ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ມີແບບແຜນວິທີນຳພາ ແລະ ການດຳລົງຊີວິດທີ່ໜັກແໜ້ນຂຶ້ນຕື່ມ.
Editor: ນັກຂ່າວເມືອງບົວລະພາ