ໃນວັນທີ 14 ມີນາ ຜ່ານມານີ້ ອໍານາດການປົກຄອງ ພ້ອມດ້ວຍພະນັກງານຊ່ວຍວຽກບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານກະເບົາ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ສາມະຄີກັນປະກອບສ່ວນທຶນຮອນເຂົ້າໃນການສ້ອມແປງເສັ້ນທາງເຂົ້າບ້ານຂອງຕົນ, ເພາະເສັ້ນທາງດັ່ງກ່າວນີ້ ເມື່ອຕົກມາໃນລະດູຝົນເຮັດໃຫ້ການສັນຈອນໄປມາຂອງປະຊາຊົນໃນເຂດນັ້ນ ແມ່ນໄດ້ພົບກັບຄວາມຫຍຸ້ງຍາກລໍາບາກຫຼາຍ ດັ່ງນັ້ນ ອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ຈຶ່ງໄດ້ຮ່ວມແຮງຮ່ວມໃຈສາມະຄີກັນປະກອບສ່ວນທຶນຮອນເປັນເງິນ ຈໍານວນ 25 ລ້ານກີບ ເຂົ້າໃນການສ້ອມແປງເສັ້ນທາງຄັ້ງນີ້ ໂດຍແມ່ນບໍລິສັດ ດວງຈັນ ມາຍນີ້ງ ເປັນຜູ້ຮັບເໝົາໃນການສ້ອມແປງຄັ້ງນີ້ ເຊິ່ງເສັ້ນທາງດັ່ງກວ່າມີຄວາມຍາວ 3,5 ກິໂລແມັດ. ກວ້າງ 6 ແມັດ, ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ໃນການໄປມາຫາສູ່ຂອງປະຊາຊົນ ໃນລະດູຝົນ ແລະ ລະດູແລ້ງນຳອີກດ້ວຍ.
Editor: ນັກຂ່າວເມືອງຊົນນະບູລີ